ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ລັດຖະມົນຕີກະຊວງພາຍໃນ Angola

ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ລັດຖະມົນຕີກະຊວງພາຍໃນ Angola - ảnh 1
ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນຊາງ
​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Angola
(ພາບ: TTXVN)

(vovworld)​ ​- ຕອນ​​ບ່າຍ​ທີ 21/10, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນຊາງໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Angelode Barros Tavares ລັດຖະມົນຕີ​ກະຊວງ​ພາຍ​ໃນ Angola, ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Barros Tavares ​ໄດ້​​ແຈ້ງ​​ກ່ຽວ​ກັບ​ໝາກຜົນ​ເຮັດ​ວຽກ​ ກັບ​ທ່ານລັດຖະມົນຕີ​ກະຊວງຕຳຫຼວດ​ເຈິ​ນດ້າຍກວາງ​. ຕາມ​ນັ້ນ, 2 ຝ່າຍ​ໄດ້​ແບ່ງ​ປັ່ນ​ບົດຮຽນຫຼາຍ​ຢ່າງ​ ໃນ​ຂົງ​ເຂດການ​ປ້ອງ​ກັນ​ຄວາມ​ສະຫງົບ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ, ກຳນົດ​ຍຸດ​ທະ​ສາດການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ສຳຄັນ. ສ່ວນ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນຊາງ ຖື​ວ່າ: 2 ປະ​ເທດ​ຄວນ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ທັງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ຕໍ່ໜ້າ 2 ຝ່າຍຈະ​ດຳ​ເນີນ​ກອງ​ປະຊຸມ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ໂດຍ​ໄວ​. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ສາງ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ:  2 ຝ່າຍ​ສືບ​ຕໍ່​ການ​ຮ່ວມ​ມື, ສະໜັບສະໜູນ​ຊຶ່ງ​ກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ, ​ແລະ​ສະ​ເໜີ​ໃຫ້​ລັດຖະບານ Angola ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຫວຽດນາມ​ທີ່ພວມ​ດຳລົງ​ຊີວິດ​ຢູ່ Angola. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນຊາງ ​ໄດ້​ອວຍພອນ Angola ປະສົບ​ຜົນສຳ​ເລັດ​ໃນ​ກິດຈະການ​ສ້າງສາປະ​ເທດ ​ແລະ ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ