ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕ້ອນຮັບທ່ານຫົວໜ້າ ອົງການໄອຍະການ ມົງໂກນ

ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕ້ອນຮັບທ່ານຫົວໜ້າ ອົງການໄອຍະການ ມົງໂກນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ
​ຕ້ອນຮັບ​ທ່ານ Dorligjav Dambii, ​ຫົວໜ້າອົງການໄອ​ຍະ​ການ ມົງ​ໂກນ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 16/4, ທີ່​ສຳນັກງານປະທານ​ປະ​ເທດ,​ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້​ຕ້ອນຮັບ​ທ່ານ Dorligjav Dambii, ​ຫົວໜ້າອົງການໄອ​ຍະ​ການ ມົງ​ໂກນ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ,​ ທ່ານ​ປະທານ​ປະ​ເທດ​ຊົມ​ເຊີຍ​ໝາກຜົນ​​ແຫ່ງການ​ເຮັດ​ວຽກລະຫວ່າງອົງການໄອ​ຍະ​ການ ມົງ​ໂກນ ກັບອົງການ​ໄອ​ຍະ​ການ ປະຊາຊົນ​ສູງ​ສຸດ ຫວຽດນາມ ​ແນ​ໃສ່​ປະຕິບັດ​ຂໍ້​ຕົກລົງ​ຂັ້ນສູງ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ ມົງ​ໂກນ ​ເມື່ອ​ປີ 2013. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ​ໃນ​ນະ​ໂຍບາຍ​ການ​ທູດ, ຫວຽດນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ເພື່ອນ​ມິດ​ທີ່​ມີ​ມາ​ແຕ່​ດົນ​ນານ, ກຽມພ້ອມ​ເປີດ​ກວ້າງ​ການ​ຮ່ວມ​ມື​ທຸກດ້ານ​ກັບ ມົງ​ໂກນ, ​ໃນ​ນັ້ນມີ​ຂົງ​ເຂດຍຸດຕິ​ທຳ.

      ສ່ວນ​ທ່ານຫົວໜ້າອົງການໄອ​ຍະ​ການ ມົງ​ໂກນ Dorligjav Dambii ກໍ່ຫວັງ​ວ່າ ການ​ນຳ​ລັດ ຫວຽດນາມ ສືບ​ຕໍ່​ສ້າງ​​ເງື່ອນ​ໄຂ​ເພື່ອ​ໃຫ້​ສ​ອງຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນຄະນະ​ຜູ້​ແທນ, ໜູນຊ່ວຍ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ,​ ມີ​ກົນ​ໄກ​ ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ແລ້ວ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຍຸດຕິ​ທຳ​ເວົ້າສະ​ເພາະ ​ແລະ ​ໃນຫຼາຍຂົງ​ເຂດ​ຕ່າງໆຂອງ​ສອງ​ປະ​ເທດ​ເວົ້າລວມຢ່າງ​ແໜ້ນ​ແຟ້ນ.

ຂ່າວ/ບົດ​ອື່ນ