ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍື່ນສານຕາຕັ້ງ

ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍື່ນສານຕາຕັ້ງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ຕ້ອນຮັບເອກ​ອັກຄະ​ລັດຖະທູດສ.​ໂອຕາ​ລິດ
(ພາບ: TTXVN)


(vovworld) - ວັນ​ທີ 27 ສິງຫາ, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບເອກ​ອັກຄະ​ລັດຖະທູດບັນດາ​ປະ​ເທດຄື: ທ່ານ​ເອກ​ອັກຄະ​ລັດຖະທູດສ.​ໂອຕາ​ລິດ Thomas Loidl, ທ່ານ​ເອກ​ອັກຄະ​ລັດຖະທູດສ. ອັກເມເນຍ Raisa Vardanyan, ​ເອກ​ອັກຄະ​ລັດຖະທູດ ສ.ສຸດັງ Eltayeb Ahmad ​ແລະ ເອກ​ອັກຄະ​ລັດຖະທູດ ສ.ກົງ​ໂກ Daniel Owassa ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ. ທີ່​ການຕ້ອນຮັບ​ບັນດາ​ເອກ​ອັກຄະ​ລັດ​ຖະທູດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນຊາງ ຢືນຢັນ​ວ່າ ຫວຽດນາມ ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​​ໃຫ້​ບັນ​ດາ​ເອກ​ອັກຄະ​ລັດຖະທູດ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ. ນີ້​ຈະ​ແມ່ນ​ພື້ນຖານ​ອັນ​ດີງາມ ​ເພື່ອ​ໃຫ້ 2 ຝ່າຍ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລົງທຶນ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ ດ້ວຍ​ບົດບາດ​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປ​ັນຂົວ​ເຊື່ອມ​ຕໍ່​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ ອາຊຽນ ​ແລະ ບັນດາ​ປະ​ເທດ, ພ້ອມ​ທັງ​ປາດ​ຖະໜາ​ວ່າ ບັນດາ​ປະ​ເທດ ໂອຕາ​ລິດ, ອັກເມເນຍ, ສຸດັງ, ກົງ​ໂກ ຈະ​ສະໜັບສະໜູນ​ຫວຽດນາມ ຢູ່​ບັນດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ປະທານ​ປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ​ຫວຽດນາມ ​ແລະ ສຸດັງ, ກົງ​ໂກ ຕາມ​ໂຄງການ​ຮ່ວມ​ມື​ຂອງ FAO, ທ່ານ​ໃຫ້​ຮູ້​ວ່າ ຫວຽດນາມ ມີ​ທ່າ​ແຮງ​ຫຼາຍ​ຢ່າງ ເພື່ອກຽມພ້ອມ​​ຮ່ວມ​ມື​ກັບ​ຝ່າຍ​ຕ່າງໆ. ທ່ານ​ປະທານ​ປະ​ເທດສະ​ເໜີ​​ໃຫ້​ບັນດາ​ຄະນະ, ຂະ​ແໜງ​ການຂອງ​ຫວຽດນາມ ຕັ້ງໜ້າຮ່ວມ​ມື​ພ້ອມ​ກັບ​ປະ​ເທດ​ຕ່າງໆໃນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ກວດກາ​ຄືນ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ລົງ​ນາມ ​ເພື່ອ​ຍູ້​ແຮງ​ການ​ພົວພັນ​ດ້ານ​ການ​ຄ້າ.

        ​ເອກ​ອັກຄະ​ລັດຖະທູດບັນດາ​ປະ​ເທດສ.ໂອຕາ​ລິດ, ອັກເມເນຍ, ສຸດັງ, ກົງ​ໂກ ​ໄດ້​ສົ່ງຄຳ​ເຊື້ອ​ເຊີນຂອງ​ປະທານາທິບໍດີ​ປະ​ເທດ​ຕົນ ປາດ​ຖະໜາ​ຢາກ​ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ມາ​ຢ້ຽມຢາມ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ປະ​ເທດ​ເຫຼົ່ານີ້ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​​ໃໝ່.

ຂ່າວ/ບົດ​ອື່ນ