ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບເອກອັກຄະລັດຖະທູດ ສ. Mozambique

ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບເອກອັກຄະລັດຖະທູດ ສ. Mozambique - ảnh 1
( ພາບ: baocongthuong.com.vn )

( vovworld ) - ວັນ​ທີ 13/3, ຢູ່​ສຳນັກງານ​ປະທານ, ທ່ານປະທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​​ໄດ້ໃຫ້ການຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ສ. Mozambique ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການປະຕິບັດ​ໜ້າ​ທີ່​ການ​ທູດຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​ໄດ້​ຢືນຢັນ​ວ່າຢາມ​ໃດ​ ຫວຽດນາມ ກໍ່​ຖືການຊຸກຍູ້​ສາຍ​ພົວພັນຮ່ວມ​ມື​ຫຼາຍ​ດ້ານ​ກັບ Mozambique ​ເປັນ​ສຳຄັນ ​ແລະ ຖື Mozambique ​​ແມ່ນ​ຄູ່​ຮ່ວມ​ມືທີ່​​ສຳຄັນ​ຂອງ​ຫວຽດນາມ ຢູ່​ອາ​ຟຮີ​ກາ. ທ່ານ​ປະທານ​ປະ​ເທດ​ປາດ​ຖະໜາ​ວ່າ ສອງ​ຝ່າຍ​ຈະຈັດ​ຕັ້ງຜັນ​ຂະຫຍາຍ​ບັນດາ​ຜົນງານ​​ເຊິ່ງບັນລຸ​ໄດ້​ໃນ​ກອງ​ປະຊຸມ​ຄັ້ງ​ທີ 2 ຄະນະ​ກຳມະການ​ປະສົມ​ລະຫວ່າງ​ຫວຽດນາມ - Mozambique ​ໃນ​ປີ 2011 ​ໃຫ້​ດີ, ພ້ອມ​ທັງກວດກາ​ຄືນ​ໃໝ່​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ກໍສະ​ເໜີ​ໃຫ້​ລັດຖະບານ Mozambique ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ໂຄງການ​ລົງທຶນ​ໃນ​ຂົງ​ເຂດ​ໂທລະ​ຄົມ, ກະສິກຳ… ຂອງ​ວິ​ສາ​ຫະກິດ​ຫວຽດນາມ ຢູ່ Mozambique, ປະກອບສ່ວນ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ບັນລຸ​ລະດັບ 1 ຕື້ USD ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​.

ຂ່າວ/ບົດ​ອື່ນ