ທ່ານປະທານປະເທດ ເຈືອງເຕິ໋ນຊາງ ພົບປະກັບ ບັນດາຄູອາຈານທີ່ດີເດັ່ນ


ທ່ານປະທານປະເທດ ເຈືອງເຕິ໋ນຊາງ ພົບປະກັບ ບັນດາຄູອາຈານທີ່ດີເດັ່ນ  - ảnh 1

ທ່ານປະທານປະເທດເຈືອງເຕິ໋ນຊາງພົບປະກັບບັນດາຄູອາຈານທີ່ດີເດັ່ນ
(ພາບ: ອິນເຕີແນດ)

(vovworld) – ວັນ​ທີ 16/11, ຢູ່​ສຳນັກງານປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ​ ພົບ​ປະ​ກັບ​ບັນດາ​ຄູ​ອາຈານ​​ດີ​ເດັ່ນ 104 ຄົນ ທີ່​ເຂົ້າ​ຮ່ວມ​ພິທີ​ຍ້ອງຍໍບັນດາ​ຄູ​ອາຈານ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ​ປີ 2008-2013, ​ໂດຍ​ກະຊວງ​ສຶກສາ - ບຳລຸງ​ສ້າງ​ຈັດ​ຕັ້ງ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ຄູ​ຫວຽດນາມ 20/11. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ​ ຕີ​ລາຄາ​ສູງ​ຜົນງານ​ໃນ​ການ​ປະຕິບັດ​ສຳ​ເລັດ​ການ​ສຶກສາ​ຊັ້ນ​ປະຖົມ,  ​ແລະ ມັດທະຍົມ​ຕອນ​ຕົ້ນພາກ​ບັງຄັບ, ​ຍົກ​ສູງ​ຄຸນ​ນະພາ​ບການບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ຢູ່​ຊັ້ນ​ມະຫາວິທະຍາ​ໄລ​ຂອງ​ຂະ​ແໜງ​ສຶກສາ. ທ່ານ​ປະທານ​ເນັ້ນ​ໜັກ​ວ່າ ​ເພື່ອ​ປະຕິບັດ​ສຳ​ເລັດຄາດໝາຍ​ຫັນ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ນອກຈາກ​ແນວທາງ​ທີ່​ຖືກຕ້ອງ, ຈຳ​ເປັນ​ຕ້ອງ​ມີ​ພື້ນຖານ​ການ​ສຶກສາ​ທີ່​ເໝາະ​ສົມ ດ້ວຍ​ຈຸດປະສົງ​ທີ່​ສູງ​ສົ່ງ. ດັ່ງ​ນັ້ນ, ພັກ, ລັດ ​ໄດ້​ກໍ່ສ້າງ​ແຜນ​ຮ່າງ​ປ່ຽນ​ໃໝ່​ການ​ສຶກສາໂດຍ​ພື້ນຖານ​ແລະ ຮອບດ້ານ ​ເພື່ອ​ສ້າງ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ຊຸກຍູ້​ພາລະກິດ​ຫັນ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ທ່ານ​ປະທານ​ກໍ່​ໄດ້​ສະ​ເໜີ​ບັນດາ​ຄູ​ອາຈານ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ, ​ເພື່ອບັນລຸ​ໄດ້​ບັນດາ​ຜົນງານ​ສູງ​ກວ່າ​ອີກ​ໃນ​ພາລະກິດ​ສຶກສາ ​ແລະ ບຳລຸງ​ສ້າງ, ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ທົ່ວ​ພັກ, ທົ່ວ​ປວງຊົນ.

ຂ່າວ/ບົດ​ອື່ນ