ທ່ານປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມກອງປະຊຸມຄັ້ງທີ 8 ສະຫະພັນໃຫຍ່ແຮງງານຫວຽດນາມ

ທ່ານປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມກອງປະຊຸມຄັ້ງທີ 8 ສະຫະພັນໃຫຍ່ແຮງງານຫວຽດນາມ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມກອງປະຊຸມຂອງສະຫະພັນໃຫຍ່ແຮງງານຫວຽດນາມ
(ພາບ: http://truongtansang.net/)

ກຳມະບານຕ້ອງ​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານກໍ່​ສ້າງ​ພັກ, ກໍ່ສ້າງ​ລັດ​​ໃຫ້ໂປງ​ໄສ ​ເຂັ້ມ​ແຂງ, ກຳມະບານ​ຕ້ອງ​ສ່ອງ​ແສງຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ກຳມະກອນ​ຜູ້​ອອກ​ແຮງ​ງານ​ຢ່າງ​ທັນ​ການ ​ເພື່ອ​ໃຫ້​ພັກ, ລັດ​ມີ​ແຜນ​ນະ​ໂຍບາຍ, ກົນ​ໄກ, ນະ​ໂຍບາຍ​ທີ່​ເໝາະ​ສົມ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນ​ໜັກ​ຄື​ດັ່ງກ່າວ​ທີ່​ກອງ​ປະຊຸມ​ຄັ້ງທີ່ 8 ຄະນະ​ບໍລິຫານງານ ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ​ເຊິ່ງ​ໄດ້ຈັດ​ຕັ້ງ​ໃນ​ວັນ​ທີ 5/1 ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກໍ່​ໄດ້​ຍ້ອງຍໍ​ສັນ​ລະ​ເສີນ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ຂອງ​ກຳມະບານ​ຫວຽດນາມ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ປະ​ເທດ​ຊາດ.

ກອງ​ປະຊຸມ​ດັ່ງ​ກ່າວ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາ​ກຜົນ​ການ​ປະຕິບັດ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 10 ກຳມະບານ​ຫວຽດນາມຂອງ​ເຄິ່ງອາຍຸ​ການ. ບັນດາ​ບົດ​ລາຍ​ງານ, ບົດ​ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໄດ້​ເນັ້ນ​ໜັກ​ວ່າ: ​​​ໃນ​ໄລຍະ​ຜ່ານ​ມາ, ອົງການ​ກຳມະບານ​ຂັ້ນ​ຕ່າງໆ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທີ່ຫຼາ​ຍຮູບ​ຫຼາຍ​ແບບ, ​ອຸດົມສົມ​ບຸນ, ຕັ້ງໜ້າ​ໃນ​ການ​ໂຄສະນາ​ເຜີຍ​ແຜ່, ຂົນ​ຂວາ​ຍ, ດຶງ​ດູດ​ກຳມະ​ກອນ,​ລັ​ດຖະກອນ​ຜູ້​ອອກ​ແຮງ​ງານ ​ແລະ ອົງການ​ກຳມະບານ, ປະກອບສ່ວນ​ນຳ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ລັດ, ກົດໝາຍ ​ແລະ ນະ​ໂຍບາຍ​ຂອງ​ລັດ​ມາ​ແນະນຳ​ໃຫ້ກຳມະກອນ, ລັດຖະກອນ ຜູ້​ອອກ​ແຮງ​ງານ.

ຂ່າວ/ບົດ​ອື່ນ