ທ່ານປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມພິທີລະນຶກ ວັນສ້າງຕັ້ງແຂວງ ກວາງນາມ ຄືນໃໝ່

ທ່ານປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມພິທີລະນຶກ ວັນສ້າງຕັ້ງແຂວງ ກວາງນາມ ຄືນໃໝ່ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ຫຼຽນ​ໄຊ ​ໂຮ​ຈີ​ມິນ ໃຫ້​ແກ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ກວາງ​ນາມ
(ພາບ: http://truongtansang.net)

(vovworld) - ຕອນ​ເຊົ້າ​ວັນ​ທີ 7/2, ຢູ່​ນະຄອນ​ຕາມ​ກີ່, ​ແຂວງ​ກວາງ​ນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 15 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ​ຄືນ​ໃໝ່. ກ່າວ​ຄຳ​ເຫັນ​ນະທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕັກ​ເຕືອນ​ແຂວງ​ກວາງ​ນາມ ຕ້ອງ​ມານະ​ພະຍາຍາມ​ກ່ວາ​ອີກ, ສົມທົບ​ກັບ ນະຄອນດ່າ​ໜັງ ​ແລະ ບັນດາ​​ເຂດຈຸດ​ສຸມຂອງ​ພາກ​ກາງ ​ເພື່ອ​ພັດທະນາ​ຄວາ​ມສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ກ່ວາ​ອີກ, ທ່ານ​ເວົ້າ​ວ່າ:

“​ແຂວງ​ກວາງ​ນາມ​ຄວນພັດທະນາ​ອຸດສາຫະກຳ, ການ​ບໍລິການ​ໂດຍ​ໄວ, ​ແຕ່​ຕ້ອງ​ມີ​ການ​ຄັດ​ເລືອກ. ສຸມ​ໃສ່​ເຂົ້າ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງ, ປະດິດ​ແຕ່ງ, ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີທີ່​ກ້າວ​ໜ້າ​ມີ​ມູນ​ຄ່າ​ເພີ່ມ​ສູງ, ກໍ່​ມົນ​ລະ​ຜິດ​ຕໍ່​ສິ່ງ​ແວດ​ລ້ອມ​ໜ້ອຍ, ພັດທະນາ​​ແຮງການທ່ອງທ່ຽວ​, ວັດທະນະທຳ​ປະຫວັດສາດ, ພັກຜ່ອນ​ຢ່ອມອາລົມ​, ການ​ບໍລິການ​ມີ​ຄຸນ​ນະພາ​ບສູງ, ມູນ​ຄ່າ​ເພີ່ມ​ສູງ​ເຊິ່ງ​ແຂວງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບຢ່າງ​ແຮງ. ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເປັນ​ຢ່າງ​ດີ, ​ໃນ​ນັ້ນ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​, ​ເປັນ​ເຈົ້າ​ການ​ຂອງ​ຊາວ​ກະສິກອນ​ໃນ​ບົດບາດ​ເສີມ​ຂະຫຍາຍ​​ໂຄງການ”

ພ້ອມ​ກັບ​ການ​ສຸມ​ໃສ່​ພັດທະນາ​ເສດຖະກິດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​​ໃຫ້​ທາງແຂວງ ກວາງ​ນາມ​ຕ້ອງ​ສຸມ​ໃສ່​ປະຕິບັດ​ໂຄງການ​ລົບລ້າງ​ຄວາມ​ອິດ​ຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ​​ເອົາ​ໃຈ​ໃສ່ເບິ່ງ​ແຍງ​​ພັດທະນາ​ຄຸນ​ນະພາ​ບການ​ສຶກສາ, ວັດທະນະທຳ, ​​ເອົາ​ໃຈ​ໃສ່ເບິ່ງ​ແຍງ​​ຜູ້​ທີ່​ມີ​ຄຸນງາມຄວາມດີ. ຮັບ​ຮູ້​ບັນດາ​ຜົນງານ​ເຊິ່ງປະຊາຊົນ​ແຂວງ ກວາງ​ນາມ​ບັນລຸ​ໄດ​້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ຫຼຽນ​ໄຊ ​ໂຮ​ຈີ​ມິນ​ເຊິ່ງ​ແມ່ນລາງວັນ​ອັນ​ສູງ​ສົ່ງ​ຂອງ​ພັກ ​ແລະ ລັດ​ໃຫ້​ແກ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ກວາງ​ນາມ.

ຂ່າວ/ບົດ​ອື່ນ