ທ່ານປະທານປະເທດ ເຈືອງເຕີນຊາງ ເຄື່ອນໄຫວຢ້ຽມຢາມ ສປປ ລາວຢ່າງເປັນທາງການ

ທ່ານປະທານປະເທດ ເຈືອງເຕີນຊາງ ເຄື່ອນໄຫວຢ້ຽມຢາມ ສປປ ລາວຢ່າງເປັນທາງການ - ảnh 1
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຈຸມມາລີ ໄຊຍະສອນ ຕ້ອນຮັບ ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ
(ພາບ: truongtansang.net)

(vovworld) - ຕອນ​ເຊົ້າ​ວັນ​ທີ 9/2, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ​ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​​ເດີນທາງ​ໄປຮອດ​ນະຄອນຫຼວງ​ວຽງ​ຈັນ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ປະທານ​ປະ​ເທດ ສ​ປປ ລາວ ຈຸມມາລີ ​ໄຊ​ຍະ​ສອນ. ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ສົມ​ກຽດ​ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານ​ປະ​ເທດ ລາວ ຈຸມມາລີ ​ໄຊ​ຍະ​ສອນ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ 2 ປະ​ເທດ​ດຳ​ເນີນ​ການ​ເຈລະຈາ. ທີ່​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ເພາະວ່າ​ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ໄດ້​​ໄປ​ຢ້ຽ​ມ ຢາມ ສປປ ລາວ ​ໃນ​ຖານະ​ເປັນ​ປະທານ​ປະ​ເທດ​ຫວຽດນາມ, ພ​້ອມກັນ​ນັ້ນ​ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ ສປປ ລາວ ຈະ​ສືບ​ຕໍ່​ບັນລຸ​ໄດ້ຜົນ​ງານ​​ອັນໃຫຍ່​ຫຼວງຫຼາຍ​ຢ່າງ​ໃນ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ສ້າງສາ​ປະ​ເທດ​ຊາດ, ຍົກສູງ​ທີ່​ຕັ້ງ​ບົດບາດ ​ຢູ່​ພາກ​ພື້ນ ​ແລະ ຢູ່​​ໃນ​ໂລກ​ກ່ວາ​ອີກ.

ທີ່​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ແດງ​ຄວາມ​ຫວັງ​ຢາກ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ​ໃນ​ອະນາຄົດ​ກ່ວາ​ອີກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເວົ້າ​ວ່າ:

“2 ຝ່າຍ​ຕີ​ລາຄາ​ສູງ ​ແລະພາກພູມໃຈ​ເມື່ອ​ເຫັນ​ວ່າ: ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ​ໄດ້​ຮັບ​ການ​ປັງ​ປຸງ ​ແລະ ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ທັງ 2 ຝ່າຍໄດ້​ປຶກສາ​ຫາລືບັນດາ​ມາດ​ຕະການ​ເພື່ອ​​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນ​ອັນ​ດີງາມ​ນີ້​ໃນ​ທຸກໆ​ຂົງ​ເຂດ​ກ່ວາ​ອີກ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນຜັນ​ຂະຫຍາຍ​ວຽກ​ງານເຜີຍ​ແຜ່, ​ໂຄສະນາ​ ກ່ຽວ​ກັບ​ປະຫວັດສາດ​​ແຫ່ງການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ​ແລະ ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ໃນ​ປີ 2012 ​ໃຫ້ສຳ​ເລັ​ດຜົນ. ຂ້າພະ​ເຈົ້າ​ເຊື່ຶອໝັ້ນ​ວ່າ: ​ເລື່ອງ​ຈັດ​ຕັ້ງ​ເຫ​ດການ​ນີ້​ສຳ​ເລັດ​ຜົນ ຈະ​​ເປັນ​ຂີດ​ໝາຍ​​ແຫ່ງ​ການ​ພັດທະນາ​ບຸກທະລຸ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ລາວ.”

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສປປ ລາວ ຈຸມມາ​ລີ ​ໄຊ​ຍະ​ສອນ ​ໄດ້​ເປັນ​ສັກ​ຂີ​ພິຍານ​ພິທີ​ລົງ​ນາມ​​ໃນອະນຸ​ສັນຍາ ກ່ຽວ​ກັບ​ການ​ຮ່ວມ​ມື​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່ ສປປ ລາວ ຢູ່​ຫວຽດນາມ, ​ແຜນການ​ຮ່ວມ​ມື​ປີ 2012 ລະຫວ່າງ ກະຊວງ​ສຶກສາ​ບຳລຸງ​ສ້າງ​ຫວຽດນາມ ​ແລະ ກະຊວງ​ສຶ​ກສາ​ທິການ​ລາວ, ບົດ​ບັນທຶກ​ຊ່ວຍຈຳກ່ຽວ​ກັບ​​ເລື່ອງ​ທະນາຄານ Vietin Bank ສະໜອງ​ສິນ​ເຊື່ອ​ໃຫ້​ແກ່​ທະນາຄານ​ສູນ​ກາງ​ລາວ..​.

ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ເຈລະຈາ​ກັບ ນາ​ຍົກ​ລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ, ​ເຈ​ລະຈາ​ກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ປານີ ຢາ​ທໍ​ຕຸ ​ແລະ ​ໄປວາງ​ພວງມາລາ​ຢູ່​ອະນຸສາວະລີ​ນັກຮົບ​ນິລະນາມ.

ເນື່ອງ​ໃນ​ໂອກາດນີ້ຫນັງສືພິມ​ທັງ​ໝົດ​ຂອງ​ລາວ ສະບັບ​ອອກ​ວັນ​ທີ 9/2 ລ້ວນ​ແຕ່ ລົງ​ພິມ​ໃນ​ຫນ້າ​ທຳ​ອິດ ຮູບ​ພາບ ​ແລະ ປະຫວັດ​ຫຍໍ້ຂອງ​ທ່ານ​ປະທານ ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ. ບົດ​ນຳ​ຂອງ ຫນັງສືພິມ​ປະຊາຊົນ ລາວ ຊີ້​ແຈງ​ວ່າ: ປະຊາຊົນ​ລາ​ວບັນດາ​ເຜົ່າ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ​ເອກອ້າງ​ທະ​ນົ​ງ​ໃຈ​ໄດ້​ຮັບ​ການ​ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ. ການ​ຢ້ຽມຢາມ​ແມ່ນ​ສະ​ແດງ​​ໃຫ້​ເຫັນ​ຄວາມ​ສາມັກຄີ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ຂອງ​ປະຊາຊົນ​ຫວຽດນາມ ທ່ີ​ສະຫງວນ​ໃຫ້​ແກ່​ປະຊາຊົນ​ລາວ​ອ້າຍ​ນອ້ງ.​ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ລາວ ຫວຽດນາມ ກາຍ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ ​ແຫ່ງການ​ຄົງ​ຕົວ ​ແລະ ພັດທະນາ​ຂອງ​ສອງ​ຊາດ. ສາຍ​ພົວພັນ​ນີ້ ນັບ​ກໍ​​ແມ່ນ​ປະຖົມ​ປັດ​ໃຈ​ຕັດສິນ​ຊີ້​ຂາດ​ໄຊຊະນະ​ຂອງ​ແຕ່ລະ​ປະ​ເທດ ​ແລະ ພວມ​​ໄດ້​ຮັບ​ການ​ເພີ່ມ​ທະວີ​ ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນ​ໃນ​ທຸກ​ຂົງ​ເຂດຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ຂະນະ​ນັ້ນ ຫນັງສືພິມ​ອື່ນ​ຫລາຍ​ສະບັບ ກໍ​ລົງ​ພິມ​ບົດນຳໂດຍ​ແນະນຳ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ ຫວຽດນາມ ກໍ​ຄື​ການ​ພັດທະນາ​ຂອງ​ຫວຽດນາມ​ໃນ​ຫລາຍ​ຂົງ​ເຂດ.

​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ປະທານ​ສະມາຄົມ​ມິດຕະພາບ ລາວ ຫວຽດນາມ, ປະທານ ​​ແນວ​ລາວ​ສ້າງ​ຊາດ ​ແລະ ການ​ນຳ​ແຂວງ ຫລວງ​ພະ​ບາງ, ກໍ່ຄືໄປຢ້ຽມຢາມ​ນັກ​ປະຕິວັດຜູ້​ອະ​ວຸ​ໂສ​ຈຳນວນ​ຫນຶ່ງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ກໍ່ໄດ້ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫລອງ​ໂຄງການ​ຈຳນວນ​ຫນຶ່ງ​ຢູ່​ນະຄອນຫລວງ ວຽງ​ຈັນ. ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈ​ືອງ​ເຕີນ​ຊາງ ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​​ໂດຍ​ທ່ານ​​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈຸມມະ​ລີ ​ໄຊ​ຍະ​ສອນ ຈັດ​ຕັ້ງ ​ເພື່ອ​ຮອງ​ຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​.

ຂ່າວ/ບົດ​ອື່ນ