ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບສານປະຊາຊົນສູງສຸດ

ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບສານປະຊາຊົນສູງສຸດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ເຮັດ​ວຽກກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ສານປະ​ຊາ​ຊົນ​ສູງ​ສຸດ
(ພາບ: cand.com.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 23/12, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການປະຕິ​ຮູບ​ດ້ານຕຸລາການສູນ​ກາງ, ​ໄດ້​ເປັນ​ປະທານ​ການ​ເຮັດ​ວຽກກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ສານປະ​ຊາ​ຊົນ​ສູງ​ສຸດ ກ່ຽວ​ກັບ​ວຽກ​ງານ​ຂອງ​ສາ​ນຕ່າງໆໃນ​​ປີ 2013 ​ແລະ ທິດ​ທາງ, ໜ້າທີ່​ຂອງ​ຂະ​ແໜງ​ສານ​ໃນ​ປີ 2014.

        ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຮຽກ​ຮ້ອງ​ໃຫ້​ຂະ​ແໜງ​ສານ ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ມະຕິຂອງ​ພັກ, ສະພາ​ແຫ່ງ​ຊາດກ່ຽວ​ກັບ​ວຽກ​ງານຕຸລາການ ​ແລະ ປະຕິ​ຮູບດ້ານ​ຕຸລາການ ຕິດ​ພັນ​ກັບ​ການ​ປະຕິບັດ​ບັນດາ​ວຽກ​ງານ​ຂອງ​ຂະ​ແໜງ​ກັບ​ການ​ປະຕິບັດ​ບັນດາ​ຄຳ​ຮຽກຮ້ອງ​ປະຕິ​ຮູບ​ດ້ານຕຸລາການຢ່າງ​ເຂັ້ມ​ງວດ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ ຂະ​ແໜງ​ສານ​ຄວນ​ສຸມ​ໃສ່​ປ່ຽນ​ໃໝ່​ລະບຽບ​ການດ້ານ​ຕຸລາການ ​ເພື່ອ​ແນ​ໃສ່​ຮັບປະກັນ​ລັກສະນະ​ເປີດ​​ເຜີຍ, ກະຈາ​ງ​ແຈ້ງ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສານ, ສ້າງ​ເງື່ອນ​​ໄຂ​ສະດວກ​ໃຫ້​ປະຊາຊົນ​ເມື່ອ​ແກ້​ໄຂ​ວຽກ​ງານ​ຢູ່​ສານ.

ຂ່າວ/ບົດ​ອື່ນ