ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກຢູ່ເມືອງ ດ້າຍໂລກ, ແຂວງ ກວາງນາມ

ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກຢູ່ເມືອງ ດ້າຍໂລກ, ແຂວງ ກວາງນາມ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢ້ຽມຢາມເມືອງ ດ້າຍ​ໂລກ, ​ແຂວງ ກວາງນາມ
( http://baodientu.chinhphu.vn )

( vovworld.vn )  ຕອນ​ເຊົ້າ​ວັນ​ທີ 6 ກຸມພາ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ກວດກາ​ສະພາບ​ການພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ເຂດ​ຊົນນະບົດ​ໃໝ່​ຢູ່​ເມືອງ ດ້າຍ​ໂລກ, ​ແຂວງ ກວາງນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ການ​ພັດທະນາ​ເສດຖະກິດຄຽງ​ຂ້າງກັບ​ການ​ດຶງ​ດູດ​ການ​ລົງທຶນ​ບັນດາ​ແຫຼ່​ກຳລັງ​ລົງທຶນ​ພັດທະນາ​ອຸດສາຫະກຳ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ກະສິກຳເພາະວ່າ ກະສິກຳຍັງ​​ຮັກສາ​ບົດບາດ​ສຳຄັນ​ໃນ​ກົນ​ໄກ​ເສດຖະກິດ. ຄວນ​ກຳນົດ​​ບົດບາດ​ຂອງ​ຊາວ​ກະສິກອນໃຫ້​ຖືກຕ້ອງໃນ​ການ​ສ້າງ​ເຂດຊົນນະບົດ ຈາກ​ນັ້ນ​ຈຶ່ງ​ມີ​ນະ​ໂຍບາຍ​ຢ່າງ​ເໝາະ​ສົມ​ເພື່ອ​ໃຫ້​ປະຊາຊົນ​ເປັນ​ເຈົ້າ​ການ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ໄດ້​ເຕັກ​​ເຕື່ອນອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ເມືອງ ດ້າຍ​ໂລກ ຄວນ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ, ​ສາມັກຄີ​ນຳ​ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ ​ແລະ ສິ່ງ​ທ້າ​ທ້າຍຫຼາຍ​ປະການ, ນຳ​ໃຊ້​ບັນດາ​ໂຄງການ​, ຈຸດໝາຍ​ເສດຖະກິດ​ຂອງ​ພັກ, ລັດຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ນຳ​​ເມືອງ​ກາຍ​ເປັນ​ເມືອງ​ທີ່ດີ​, ປະກອບສ່ວນ​ພ້ອມ​ກັບ​ແຂວງ ກວາງ​ນາມ ​ປະຕິບັດ​ວິວັດ​ການຫັນ​ເປັນອຸດ​ສາ​ກະ​ກຳ ​ແລະ ທັນ​ສະ​​ໄໝ​ຢ່າງ​ມີ​ໄຊ.
ຂ່າວ/ບົດ​ອື່ນ