ທ່ານປະທານປະເທດ ໂຕເລີມ: ຄວນມີກົນໄກ, ນະໂຍບາຍໃຫ້ແກ່ຜູ້ອາຍຸສູງ

(VOVWORLD) - ສະເຫລີມສະຫລອງ 83 ປີແຫ່ງວັນມູນເຊື້ອຂອງຜູ້ອາຍຸສູງ ຫວຽດນາມ (06/6/1941-06/6/2024), ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ໂຕເລີມ ໄດ້ມີການພົບປະສັງສັນ ແລະ ອວຍພອນຄະນະຜູ້ແທນພະນັກງານຫລັກແຫລ່ງ, ຜູ້ແທນຜູ້ອາຍຸສູງດີເດັ່ນ ສະມາຄົມຜູ້ອາຍຸສູງ ຫວຽດນາມ.

ທ່ານປະທານປະເທດ ໂຕເລີມ: ຄວນມີກົນໄກ, ນະໂຍບາຍໃຫ້ແກ່ຜູ້ອາຍຸສູງ - ảnh 1ທ່ານປະທານປະເທດຫວຽດນາມ ໂຕເລີມ  ພົບປະກັບຜູ້ອາຍຸສູງດີເດັ່ນ. ພາບ:Nhan Sáng/TTXVN

ປະຈຸບັນ ທົ່ວປະເທດຫວຽດນາມ ມີເກືອບ 17 ລ້ານຄົນແມ່ນຜູ້ອາຍຸສູງ. ສະມາຄົມຜູ້ອາຍຸສູງ ໄດ້ທະວີຄູນອອກເປັນເກືອບ 7000 ສະໂມສອນ. ທີ່ການພົບປະ, ທ່ານປະທານປະເທດ ໂຕເລີມ ເນັ້ນຫນັກວ່າ:

 “ຂ້າພະເຈົ້າປາດຖະຫນາຢາກໃຫ້ທຸກຂັ້ນ, ຂະແຫນງການ, ບັນດາອົງການຈັດຕັ້ງມະຫາຊົນ, ອົງກອນກ່ຽວຂ້ອງຈາກສູນກາງ ລົງຮອດທ້ອງຖິ່ນ ຄວນຮັບຟັງຂໍ້ສະເຫນີ, ຄວາມມຸ່ງມາດປາດຖະຫນາອັນຊອບທຳຂອງຜູ້ອາຍຸສູງ, ມີກົນໄກ, ນະໂຍບາຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ການເຄື່ອນໄຫວຂອງສະມາຄົມ ແລະວຽກງານຜູ້ອາຍຸສູງ ແມ່ນປະຕິບັດຕາມຫລັກສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”

ທ່ານປະທານປະເທດ ສະເຫນີ ສູນກາງສະມາຄົມ ຄວນເປັນເຈົ້າການຈັດຕັ້ງການຄົ້ນຄ້ວາທິດສະດີ, ພຶດຕິກຳຕົວຈິງໃຫ້ເໝາະສົມກັບພາລະບົດບາດ, ຫນ້າທີ່ ແລະ ລັກສະນະພິເສດຂອງສະມາຄົມ, ອຸທິດສ່ວນພູມປັນຍາ, ຄວາມສຸດຈິດສຸດໃຈປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV, ຮ່າງບົດລາຍງານສະຫລຸບ 40 ປີແຫ່ງການປ່ຽນແປງໃຫມ່;       ບູລະນະກົງຈັກການຈັດຕັ້ງ ສະມາຄົມຈາກສູນກາງລົງຮອດຂັ້ນຮາກຖານ, ຮັບປະກັນລັກສະນະເປັນລະບົບ, ລຸລ່ວງ,ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ