ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອ​ງ​ລຸນ ສີ​ສຸ​ລິດ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ສະແດງຄວາມຂອບໃຈຕໍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວລາວສ້າງສ້າງ ທີ່ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຈັດພິທີໄວ້ອາໄລລະດັບຊາດພາຍໃນ 2 ວັນ ແລະ ພິເສດໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງ ນຳໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ມາເຂົ້າຮ່ວມພິທີງານສົບ.
ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອ​ງ​ລຸນ ສີ​ສຸ​ລິດ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ  ໃຫ້ການຕ້ອນຮັບ ທ່ານເລຂາທິການໃຫຍ່, ປະທານປະເທດລາວ
ທອງລຸນ ສີສຸລິດ 

ເມື່ອຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃນຕອນບ່າຍວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ສະແດງຄວາມຂອບໃຈຕໍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວລາວສ້າງສ້າງ ທີ່ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຈັດພິທີໄວ້ອາໄລລະດັບຊາດພາຍໃນ 2 ວັນ ແລະ ພິເສດໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງ ນຳໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ມາເຂົ້າຮ່ວມພິທີງານສົບ. ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນເຖິງນ້ຳໃຈເລິກເຊິ່ງໜຽວແໜ້ນ, ຄວາມຜູກພັນທີ່ສະໜິດສະໜົມ, ສັດຊື່ບໍລິສຸດຜຸດຜ່ອງ, ຮຽງບ່າຮຽງໄຫຼ່, ແບ່ງສຸກແບ່ງທຸກນຳກັນລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.  ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ເຖິງວ່າໃນຖານະຕຳແໜ່ງໃດກໍຕາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍຖືເປັນສຳຄັນແຖວໜ້າ ແລະ ໃຫ້ຄວາມເອົາໃຈໃສ່ເປັນພິເສດ, ສະໜິດຕິດພັນກັບການປະຕິວັດ ລາວ, ໃກ້ຊິດສະໜິດສະໜົມກັບ ລາວ. ທ່ານປະທານປະເທດ ກໍແລກປ່ຽນບາງເນື້ອໃນການຮ່ວມມືລະຫວ່າງສອງຝ່າຍ, ໂດຍສະເພາະແມ່ນໃນວຽກງານກໍ່ສ້າງພັກ ແລະ ການເຊື່ອມຕໍ່ສອງພື້ນຖານເສດຖະກິດ.

        ໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ກໍໄດ້ໃຫ້ການຕ້ອນຮັບທ່ານ ຫວາງຫູໜິງ, ກຳມະການຜູ້ປະຈຳການກົມການເມືອງ, ປະທານສະພາປຶກສາການເມືອງ ປະຊາຊົນ ແຫ່ງຊາດ ຈີນ ເນື່ອງໃນໂອກາດມາວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ