ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ ແລະ ສ.ເກົາຫຼີ

(VOVWORLD) - ທ່ານເອກອັກຄະລັດຖະທູດ Shawn Steil ໄດ້ຢືນຢັນວ່າ ການາດາ ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ເປັນສຳຄັນ ໃນຍຸດທະສາດຂອງ ການາດາ ທີ່ມີຕໍ່ພາກພື້ນ ມະຫາສະໝຸດອິນເດຍ-ປາຊີຟິກ.
ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ ແລະ ສ.ເກົາຫຼີ - ảnh 1(ພາບ: TTXVN)

  ຕອນບ່າຍວັນທີ 2 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານ Shawn Steil ເອກອັກຄະລັດຖະທູດ ການາດາ ແລະ ທ່ານ Choi Youngsam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ.

  ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ການາດາ  Shawn Steil, ທ່ານປະທານປະເທດ ໂຕເລິມ ຢືນຢັນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ການາດາ ເປັນສຳຄັນ, ຈະສືບຕໍ່ສົມທົບກັບ ການາດາ ຜັນຂະຫຍາຍຄຳໝັ້ນສັນຍາຂອງການນຳສອງປະເທດ ແນໃສ່ເຮັດໃຫ້ການພົວພັນ ຫວຽດນາມ-ການາດາ ເລິກເຊິ່ງຂຶ້ນຕື່ມ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ສ່ວນທ່ານເອກອັກຄະລັດຖະທູດ Shawn Steil ໄດ້ຢືນຢັນວ່າ ການາດາ ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ເປັນສຳຄັນ ໃນຍຸດທະສາດຂອງ ການາດາ ທີ່ມີຕໍ່ພາກພື້ນ ມະຫາສະໝຸດອິນເດຍ-ປາຊີຟິກ, ໃຫ້ຄຳໝັ້ນສັນຍາສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນ ແລະ ຈະສືບຕໍ່ສົມທົບກັບ ຫວຽດນາມ ໃນການແກ້ໄຂບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

   ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ  Choi Youngsam, ທ່ານປະທານປະເທດ ໂຕເລິມ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານ ແລະ ສະຖານທູດ ສ.ເກົາຫຼີ  ໃນການສົມທົບກັບບັນດາກະຊວງ ຂະແໜງການທີ່ກ່ຽວຂ່ອງຂອງ ຫວຽດນາມ ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ. ທ່ານເນັ້ນໜັກບາງທິດທາງໃຫ່ຍ ເພື່ອໃຫ້ທ່ານເອກອັກຄະລັດຖະທູດ Choi Youngsam  ຜັນຂະຫຍາຍໃນອາຍຸການຂອງຕົນ, ໃນນັ້ນ ມີການຮັກສາເປັນປະຈຳບັນດາການໄປຢ້ຽມຢາມ, ພົບປະຂັ້ນສູງ; ຊຸກຍູ້ເພື່ອປະຕິບັດສຳເລັດເປົ້າໝາຍຍົກສູງວົງເງິນການຄ້າຂຶ້ນເປັນ 100 ຕື້ USD ໂດຍໄວ ແລະ ສຸມໃສ່ມຸ່ງໄປເຖິງເປົ້າໝາຍ 150 ຕື້ USD ໃນປີ 2030; ຊຸກຍູ້ວິສາຫະກິດ ສ.ເກົາຫຼີ ສືບຕໍ່ເປີດກ້ວາງຂອບຂະໜາດການລົງທຶນເຂົ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ