ທ່ານປະທານປະເທດ ໂຕເລິມ ຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດມາຍື່ນສານຕາຕັ້ງ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດບັນດາປະເທດ ນິກາຣາກວາ, ອຽກລັງ, ຕວກເມນິດສະຕັງ ແລະ ສ.ໄຊປຣັດ ຍື່ນສາຕາຕັ້ງຮັບໜ້າທີ່ຢູ່ ຫວຽດນາມ.
ທ່ານປະທານປະເທດ ໂຕເລິມ ຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດມາຍື່ນສານຕາຕັ້ງ - ảnh 1  ທ່ານເອກອັກຄະລັດຖະທູດ ກາຣາກວາ, Mario Jose Armengol Campos ຍື່ນສານຕາຕັ້ງຕໍ່ທ່ານປະທານປະເທດ ໂຕເລິມ
(ພາບ: TTXVN)

        ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດບັນດາປະເທດ ນິກາຣາກວາ, ອຽກລັງ, ຕວກເມນິດສະຕັງ ແລະ ສ.ໄຊປຣັດ ຍື່ນສາຕາຕັ້ງຮັບໜ້າທີ່ຢູ່ ຫວຽດນາມ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຣາກວາ, Mario Jose Armengol Campos, ທ່ານປະທານປະເທດ ໂຕເລິມ ຊົມເຊີຍຂໍ້ຕົກລົງຂອງລັດຖະບານ ສ. ນິກາຣາກວາ ທີ່ໄດ້ເປີດສະຖານທູດປະຈຳ ຫວຽດນາມ. ທ່ານສະເໜີວ່າ, ໃນອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ຊຸກຍູ້ພັດທະນາບັນດາທ່າແຮງການຮ່ວມມືຂອງ 2 ປະເທດ, ໂດຍສະເພາະແມ່ນໃນຂົງເຂດ, ຄື: ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ, ການສຶກສາ, ກໍ່ສ້າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

        ອວຍພອນທ່ານ Thórir Isben ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເອກອັກຄະລັດຖະທູດ ອຽກລັງ ປະຈຳ ຫວຽດນາມ, ທ່ານປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ, ທ່ານເອກອັກຄະລັດຖະທູດຈະມີການປະກອບສ່ວນຢ່າງແທດຈິງຫຼາຍຢ່າງ ເພື່ອເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການຄ້າ, ບຳລຸງສ້າງພະນັກງານ, ພະລັງງານ, ສິນໃນນ້ຳ, ວັດທະນະທຳ, ທ່ອງທ່ຽວ.

        ທີ່ການຕ້ອນຮັບເອກອັກຄະລັດຖະທູດ ຕວກເມນິດສະຕັງ Parakhat Durdyev, ທ່ານປະທານປະເທດ ໂຕເລິມ ຢືນຢັນວ່າ, ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດກວ່າອີກ ແລະ ພ້ອມແລ້ວຈະສວມບົດບາດເປັນຂົວຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ຕວກເມນິດສະຕັງ ກັບ ກຸ່ມ C5 (5 ປະເທດອາຊີກາງ) ກັບບັນດາປະເທດ ອາຊຽນ ແລະ ບັນດາປະເທດຢູ່ພາກພື້ນ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ໄຊປຣັດ Evagoras Vryonides, ທ່ານປະທານປະເທດ ໂຕເລິມ ສະເໜີໃຫ້ປະເທດນີ້ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ ເພື່ອສ້າງເງື່ອນໄຂສະດວກໃຫ້ນັກລົງທຶນ 2 ຝ່າຍລະຫວ່າງ 2 ປະເທດ; ສະໜັບສະໜູນ ແລະ ຊຸກຍູ້ລັດຖະສະພາ ເອີລົບ (ອີຊີ) ຍຸບເລີກບັດເຫຼືອງ IUU ສຳລັບສິນໃນນ້ຳຂອງ ຫວຽດນາມ, ໜູນຊ່ວຍ ຫວຽດນາມ ໃນການພັດທະນາອາຊີບຫາປ່າແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ