ທ່ານປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ສະວິດ

(VOVWORLD) -  ທ່ານປະທານປະເທດ ໂຕເລິມ ສະເໜີໃຫ້ 2 ຝ່າຍເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືດ້ານການເມືອງ, ການທູດ 2 ຝ່າຍ ແລະ ຫຼາຍຝ່າຍ
ທ່ານປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ສະວິດ - ảnh 1(ທ່ານປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ຊູແອັດ Ann Mawe)

        ຕອນບ່າຍວັນທີ 18 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ຊູແອັດ Ann Mawe ເຂົ້າຢ້ຽມອຳລາ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ໂຕເລິມ ສະເໜີໃຫ້ 2 ຝ່າຍເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືດ້ານການເມືອງ, ການທູດ 2 ຝ່າຍ ແລະ ຫຼາຍຝ່າຍ; ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ - ສິລະປະ, ກິລາ, ທ່ອງທ່ຽວ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ປັບປຸງນ້ຳໃຈມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງ 2 ປະເທດ.

        ສ່ວນທ່ານເອກອັກຄະລັດຖະທູດ Ann Mawe ຕີລາຄາສູງເລື່ອງ ຫວຽດນາມ ມີບາດກ້າວພັດທະນາເສດຖະກິດຢ່າງແຮງໃນຊຸມປີຜ່ານມາ; ທ່ານເນັ້ນໜັກວ່າ, ໃນໄລຍະກວ່າເຄິ່ງທົດສະວັດຜ່ານມາ, ການພົວພັນລະຫວ່າງ 2 ປະເທດນັບມື້ນັບໄດ້ຮັບການປັບປຸງ ແລະ ເປີດກວ້າງ. ທ່ານກໍ່ໃຫ້ຮູ້ວ່າ, ຊູແອັດ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນສີຂຽວ. ທ່ານຢືນຢັນວ່າ, ເຖິງວ່າຈະດຳລົງຕຳແໜ່ງໃດກໍ່ຕາມ ກໍ່ຈະເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນຂອງ 2 ປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ