ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແຫ່ງ​ຊາດ ນ່າ​ຕູ

(VOVWORLD) -  ຕອນບ່າຍວັນທີ 9 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ, ຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ນ່າຕູ, ຢູ່ຕາແສງ ເກີມຢາງ, ເມືອງ ແບກທົງ, ແຂວງ ບັກກ້ານ. 
ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແຫ່ງ​ຊາດ ນ່າ​ຕູ - ảnh 1ທ່ານປະທານປະເທດ ໂຕເລິມ ຈູບທູບໃຕ້ທຽນ ອາໄລຫາປະທານ ໂຮ່ຈີມິນ (ພາບ: TTXVN)

ໃນສະໄໝຕ້ານຈັກກະພັດ ອາເມລິກາ, ນີ້ແມ່ນບ່ອນທີ່ກອງທະຫານຕະລຸມບອນເຕົ້າໂຮມເພື່ອປະຕິບັດໜ້າທີ່ ຮັບປະກັນເສັ້ນທາງຄົມມະນາຄົມຂົນສົ່ງຮັບໃຊ້ບັ້ນຮົບ. ເຂດປູຊະນີຍະສະຖານແຫ່ງນີ້ ກໍແມ່ນບ່ອນທ່ານປະທານໂຮ່ຈີມິນເຄີຍມາຢ້ຽມຢາມ, ລະດົມໃຫ້ກຳລັງໃຈກຳລັງຊາວໜຸ່ມຕະລຸມບອນ ແລະ ແຮງງານເກນຮັບໃຊ້ບັ້ນຮົບໃນສະໄໝຕໍ່ຕ້ານຕ້ານລ່າເມືອງຂຶ້ນຝລັ່ງ (28 ມີນາ 1951). ນະທີ່ນີ້, ທ່ານປະທານປະເທດ ໄດ້ຮັບຟັງການບັນລະຍາຍກ່ຽວກັບເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ນ່າຕູ. ທ່ານປະທານປະເທດ ໂຕເລິມ ໄດ້ຖະຫວາຍທູບທຽນ, ອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດປະຊະນີຍະສະຖານດັ່ງກ່າວ.

 

ຕອບກັບ

ຂ່າວ/ບົດ​ອື່ນ