ທ່ານປະທານປະເທດ ໂຕເລິມ ຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ

(VOVWORLD) - ທ່ານປະທານປະເທດ ໂຕເລິມ ໄດ້ຕີລາຄາສູງບັນດາຜົນງານເຊິ່ງໂຮງຮຽນບັນລຸໄດ້ໃນຕະຫຼອດ 16 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ.
ທ່ານປະທານປະເທດ ໂຕເລິມ ຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ - ảnh 1(ທ່ານປະທານປະເທດ ໂຕເລິມ ໄດ້ໄປຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ)

        ໃນຂອບເຂດການຢ້ຽມຢາມ ສປປ.ລາວ, ຕອນເຊົ້າວັນທີ 12 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ, ໂຮງຮຽນສະຫງວນໃຫ້ແກ່ລູກຫຼານຊາວ ຫວຽດນາມ ອາໄສຢູ່ ລາວ, ທີ່ນະຄອນຫຼວງ ວຽງຈັນ.

        ເມື່ອໂອ້ລົມກັບຄູອາຈານ ແລະ ນັກຮຽນຂອງໂຮງຮຽນ, ທ່ານປະທານປະເທດ ໂຕເລິມ ໄດ້ຕີລາຄາສູງບັນດາຜົນງານເຊິ່ງໂຮງຮຽນບັນລຸໄດ້ໃນຕະຫຼອດ 16 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ. ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາ, ຖ່າຍທອດວັດທະນະທຳ - ພາສາ ຫວຽດ ໃຫ້ແກ່ໄວໜຸ່ມຊາວ ຫວຽດນາມ ອາໄສຢູ່ລາວລຸ້ນຕ່າງໆ; ທ່ານປາດຖະໜາວ່າ, ບັນດາຄູອາຈານຈະສືບຕໍ່ສ້າງແຫຼ່ງບັນດານໃຈໃຫ້ແກ່ນັກຮຽນ ລາວ ແລະ ຫວຽດນາມ ລຸ້ນຕ່າງໆ ເພື່ອໃຫ້ພວກນ້ອງມີຄວາມເຂົ້າໃຈ ແລະ ຫຼໍ່ຫຼອມສະຕິກ່ຽວກັບສາຍພົວພັນແບບພິເສດ ຫວຽດນາມ - ລາວ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໂຕເລິມ ໄດ້ມອບເງິນຈຳນວນ 30.000 USD ເພື່ອໜູນຊ່ວຍໂຮງຮຽນເປີດກວ້າງເຂດອະນຸບານ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ໂຕເລິມ ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ພົບປະກັບພໍ່ແມ່ປະຊາຊົນກວ່າ 100 ຄົນທີ່ຕາງໜ້າໃຫ້ບັນດາສະມາຄົມ, ວິສາຫະກິດຊາວ ຫວຽດນາມ ອາໄສຢູ່ ລາວ. ນີ້ກໍ່ແມ່ນການເຄື່ອນໄຫວສຸດທ້າຍໃນການຢ້ຽມຢາມທາງລັດຖະກິດຢູ່ປະເທດ ສປປ.ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ