ທ່ານປະທານປະເທດ ໂຕເລິມ: ສ້າງເຫຼົ່າທັບເຮືອໃຫ້ໝັ້ນຄົງເຂັ້ມແຂງ

(VOVWORLD) - ທ່ານປະທານປະເທດສະເໜີໃຫ້ເຫຼົ່າທັບເຮືອເຊື່ອມຊຶມຢ່າງເລິກເຊິ່ງທັດສະນະ ຢຶດໝັ້ນ, ເດັດດຽວຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ເຂດທະເລ, ໝູ່ເກາະ, ເຂດນ່ານຟ້າໄວ້ຢ່າງໝັ້ນຄົງ
ທ່ານປະທານປະເທດ ໂຕເລິມ: ສ້າງເຫຼົ່າທັບເຮືອໃຫ້ໝັ້ນຄົງເຂັ້ມແຂງ - ảnh 1 (ທ່ານປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)

        ຕອນເຊົ້າວັນທີ 07 ມິຖຸນາ, ຢູ່ນະຄອນ ຫາຍຟ່ອງ, ທ່ານປະທານປະເທດ, ພົນເອກ ໂຕເລິມ, ຫົວໜ້າຜູ້ບັນຊາການບັນດາກຳລັງປະກອບອາວຸດປະຊາຊົນ, ປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ ຫວຽດນາມ, ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ກວດກາວຽກງານກ່ຽມພ້ອມສູ້ຮົບຂອງເຫຼົ່າທັບເຮືອ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ໂຕເລິມ ໄດ້ຮັບຮູ້ ແລະ ຍ້ອງຍໍບັນດາຜົນງານ, ວິລະກຳທີ່ດີເດັ່ນຂອງເຫຼົ່າທັບເຮືອ ທີ່ບັນລຸໄດ້ໃນໄລຍະຜ່ານມາ. ເພື່ອປະຕິບັດສຳເລັດໜ້າທີ່ໃນສະພາບການໃໝ່, ທ່ານປະທານປະເທດສະເໜີໃຫ້ເຫຼົ່າທັບເຮືອເຊື່ອມຊຶມຢ່າງເລິກເຊິ່ງທັດສະນະ “ຢຶດໝັ້ນ, ເດັດດຽວຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ເຂດທະເລ, ໝູ່ເກາະ, ເຂດນ່ານຟ້າໄວ້ຢ່າງໝັ້ນຄົງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ”; ຢືດໝັ້ນ, ເດັດດຽວໃນການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ. ທ່ານປະທານປະເທດ ໂຕເລິມ ສະເໜີວ່າ:

        “ສຸມໃສ່ບັນດາມາດຕະການແກ້ໄຂເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ປົກປ້ອງປະຊາຊົນ; ເຫຼົ່າທັບເຮືອເພີ່ມທະວີການຮ່ວມມືກັບສາກົນ, ໂດຍສະເພາະແມ່ນການຮ່ວມມືສາກົນທາງທະເລ, ປະຕິບັດກົດໝາຍສາກົນທາງທະເລ ຕິດພັນກັບການຄົ້ນຄວ້າວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມທະເລ. ສຸມໃສ່ລາດຕະເວນ, ກວດກາ, ຄວບຄຸ້ມບັນດາເຂດທະເລຢ່າງແໜ້ນແຟ້ນ; ຮັກສາຄວາມປອດໄພບັນດາເປົ້າໝາຍຈຸດສຸມ. ປະຕິບັດວຽກງານກູ້ໄພກູ້ຊີບ, ປົກປັກຮັກສາ, ໜູນຊ່ວຍປະຊາຊົນໃຫ້ເປັນຢ່າງດີ; ແກ້ໄຂບັນດາບັນຫາເກີດຂຶ້ນຢູ່ທະເລຢ່າງທັນການ, ປະຕິບັດອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານ ແລະ ຜົນປະໂຫຍດແຫ່ງຊາດຢູ່ທະເລ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ