ທ່ານປະທານປະເທດ ໂຕເລິມ ເປັນປະທານງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງສົມກຽດ

(VOVWORLD) - ທ່ານປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ, ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ Vladimir Putin ກົງກັບໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ
ທ່ານປະທານປະເທດ ໂຕເລິມ ເປັນປະທານງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງສົມກຽດ - ảnh 1 (ທ່ານປະທານປະເທດ ໂຕເລິມ)

        ຕອນຄ່ຳວັນທີ 20 ມິຖຸນາ, ຢູ່ໂຮງລະຄອນໃຫຍ່, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເປັນປະທານງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງສົມກຽດໃນຂອບເຂດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດ.

        ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ, ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ Vladimir Putin ກົງກັບໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ, ເປີດໄລຍະພັດທະນາໃໝ່ໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ຊົມເຊີຍບັນດາຜົນງານໃນການພັດທະນາສຳຄັນຂອງປະເທດ ລັດເຊຍ ພາຍໃຕ້ການຊີ້ນຳຂອງທ່ານປະທານາທິບໍດີ Vladimir Putin, ທ່ານປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ, ປະເທດ ລັດເຊຍ ຈະສືບຕໍ່ພັດທະນາຢ່າງເຂັ້ມແຂງ, ການເມືອງ - ສັງຄົມມີຄວາມສະຖຽນລະພາບ, ເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ, ພ້ອມກັນນັ້ນ, ບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດມະຫາອຳນາດກໍ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ທ່ານປະທານປະເທດ ໂຕເລິມ ເປັນປະທານງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງສົມກຽດ - ảnh 2(ທ່ານປະທານາທິບໍດີ Vladimir Putin)

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານາທິບໍດີ Vladimir Putin ໄດ້ສະແດງຄວາມນັບຖືຕໍ່ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ, ພິເສດແມ່ນການພັດທະນາກະໂດດຂັ້ນໃນຂົງເຂດເສດຖະກິດ, ສັງຄົມ; ທ່ານຢືນຢັນວ່າ, ການຢ້ຽມຢາມຄັ້ງນີ້ຈະເປີດໜ້າປະຫວັດສາດໃໝ່, ຊ່ວຍເພີ່ມທະວີ ແລະ ປັບປຸງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດ, ມຸ່ງໄປເຖິງອະນາຄົດອັນດີງາມເພື່ອຜົນປະໂຫຍດຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ