ທ່ານປະທານປະເທດ ໂຕເລິມ ເຮັດວຽກກັບຄະນະພັກແຂວງ ກາວບັ່ງ

(VOVWORLD) - ທ່ານປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ແຂວງ ຕ້ອງມີຍຸດທະສາດການລົງທຶນໃຫ້ແກ່ບັນດາຂະແໜງປາຍແຫຼມ, ຂົງເຂດຈຸດສຸມ
ທ່ານປະທານປະເທດ ໂຕເລິມ ເຮັດວຽກກັບຄະນະພັກແຂວງ ກາວບັ່ງ - ảnh 1(ທີ່ການເຮັດວຽກ)

        ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາວບັ່ງ, ຕອນບ່າຍວັນທີ 10 ມິຖຸນາ, ຢູ່ນະຄອນ ກາວບັ່ງ, ທ່ານປະທານປະເທດ ໂຕເລິມ ໄດ້ເຮັດວຽກກັບຄະນະພັກແຂວງ ກາວບັ່ງ ກ່ຽວກັບສະພາບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ - ສັງຄົມ, ການກໍ່ສ້າງພັກ ແລະ ລະບົບການເມືອງຂອງແຂວງ ກາວບັ່ງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ໂຕເລິມ ສະເໜີໃຫ້ແຂວງ ກາວບັ່ງ ຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແກ່ງແຍ້ງ; ສ້າງໂອກາດ, ເງື່ອນໄຂ, ສະພາບແວດລ້ອມແຫ່ງຄວາມສະດວກເພື່ອສົ່ງເສີມນັກລົງທຶນ, ວິສາຫະກິດເລີ່ມ startup, ຍູ້ແຮງນະວັດຕະກຳ ແລະ ການນຳໃຊ້ວິທະຍາສາດເຕັກໂນໂລຊີ. ທ່ານກໍ່ຮຽກຮ້ອງໃຫ້ແຂວງ ຕ້ອງມີຍຸດທະສາດການລົງທຶນໃຫ້ແກ່ບັນດາຂະແໜງປາຍແຫຼມ, ຂົງເຂດຈຸດສຸມ; ພ້ອມທັງສ້າງທ່າຮັກສາຄວາມໝັ້ນຄົງປະຊາຊົນ ຕິດພັນກັບການທົ່ວປວງຊົນປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ