ທ່ານປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ Vladimir Putin ພົບປະກັບການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ

(VOVWORLD) - ທ່ານປະທານາທິບໍດີ Vladimir Putin ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງນັກສຶກສາ ຫວຽດນາມ ຮ່ຳຮຽນຢູ່ ລັດເຊຍ ລຸ້ນຕ່າງໆ ທີ່ໄດ້ປະກອບສ່ວນໃຫ້ແກ່ສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອໃນຫຼາຍປີຜ່ານມາ.
ທ່ານປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ Vladimir Putin ພົບປະກັບການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ - ảnh 1ທີ່ການພົບປະກັບການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ອະດີດນັກສຶກສາ ຫວຽດນາມ
(ພາບ: TTXVN)

        ໃນຂອບເຂດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດ, ຕອນບ່າຍວັນທີ 20 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ອະດີດນັກສຶກສາ ຫວຽດນາມ ລຸ້ນຕ່າງໆທີ່ເຄີຍຮ່ຳຮຽນຢູ່ ລັດເຊຍ.

        ຢູ່ທີ່ນີ້, ທ່ານປະທານາທິບໍດີ Vladimir Putin ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງນັກສຶກສາ ຫວຽດນາມ ຮ່ຳຮຽນຢູ່ ລັດເຊຍ ລຸ້ນຕ່າງໆ ທີ່ໄດ້ປະກອບສ່ວນໃຫ້ແກ່ສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອໃນຫຼາຍປີຜ່ານມາ. ທ່ານ Vladimir Putin ຫວັງວ່າ, ນັກສຶກສາ ຫວຽດນາມ ລຸ້ນຕ່າງໆຈະສືບຕໍ່ແມ່ນຂົວຕໍ່ເພື່ອໃຫ້ລຸ້ນໜຸ່ມ ຫວຽດນາມ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວ ລັດເຊຍ, ປະກອບສ່ວນຮັກສາ ແລະ ພັດທະນາສາຍພົວພັນທີ່ເປັນມູນເຊື້ອມິດຕະພາບລະຫວ່າງ 2 ປະເທດ.

        ໃນຂະນະນັ້ນ, ທ່ານປະທານປະເທດ ໂຕເລິມ, ຢືນຢັນວ່າ:

        “ປະຊາຊົນ ຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຈົດຈຳນ້ຳໃຈສະໜິດຕິດພັນ, ສັດຊື່ບໍລິສຸດຂອງບັນດາເພື່ອນຊາວ ລັດເຊຍ. ໃນສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນໄດ້ນັ້ນ, ຫວຽດນາມ ແລະ ສະຫະພັນ ລັດເຊຍ ຈະສືບຕໍ່ເສີມສ້າງມູນເຊື້ອສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສືບຕໍ່ຮຽງບ່າຮຽງໄຫຼ່, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ