ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ແຫ່ງ​ຊາດ ກຸຍ​ບາ

(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພັດທະນາຄວາມສາມັກຄີ, ການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ຫວຽດນາມ - ກຸຍບາ; ຍາມໃດກໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ ແລະ ສະໜັບສະໜູນພາລະກິດແຫ່ງການປະຕິວັດອັນຊອບທຳຂອງປະຊາຊົນກຸຍບາ.
ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ແຫ່ງ​ຊາດ ກຸຍ​ບາ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ກຸຍບາ (ພາບ: VOV)

ຕອນບ່າຍວັນທີ 24 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດ ກຸຍບາໂດຍທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ນຳໜ້າ, ມາຫວຽດນາມແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ເຂົ້າຮ່ວມງານສົບ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານປະທານປະເທດ ໂຕເລິມຢັ້ງຢືນວ່າ ການຢ້ຽມຢາແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ກຸຍບາ, ກໍ່ຄືນ້ຳໃຈຮັກແພງອັນລ້ຳຄ່າຂອງການນຳ ແລະ ປະຊາຊົນກຸຍບາ ຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ກຸຍບາ ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ, ຄຳອາໄລອາວອນຂອງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນກຸຍບາ ເຖິງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ໃນໂອກາດານີ້, ທ່ານ Esteban Lazo Hernandez ຢັ້ງຢືນຄວາມຕັດສິນໃຈເພີ່ມທະວີ ໃນບັນດາຂົງເຂດຮ່ວມມືທີ່ມີລັກສະນະຍຸດທະສາດຄືກະສິກຳ, ພະລັງງານທົດແທນ, ການທ່ອງທ່ຽວກັບ ຫວຽດນາມ ກໍ່ຄືແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ຫວຽດນາມ ທີ່ພວມດຳເນີນທຸລະກິດຢູ່ກຸຍບາ.

ສ່ວນທ່ານປະທານປະເທດໂຕເລິມຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພັດທະນາຄວາມສາມັກຄີ, ການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ຫວຽດນາມ - ກຸຍບາ; ຍາມໃດກໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ ແລະ ສະໜັບສະໜູນພາລະກິດແຫ່ງການປະຕິວັດອັນຊອບທຳຂອງປະຊາຊົນກຸຍບາ. ພ້ອມທັງນຳການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ເຂົ້າສູ່ລວງເລິກ, ຮັບໃຊ້ ໃຫ້ແກ່ພາລະກິດແຫ່ງສັນຕິພາບ, ການພັດທະນາຂອງສອງຊາດຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ