ທ່ານປະທານປະເທດຈີນ ສີຈີ້ນຜິງ ແລະ ທ່ານນາຍົກລັດຖະມົນຕີເຢຍລະມັນຄົນໃໝ່ Olaf Schoplz ໂອ້ລົມທາງໂທລະສັບ

(VOVWORLD) -ຈີນ ຕ້ອນຮັບບັນດາບໍລິສັດຂອງ ເຢຍລະມັນ ມາລົງທຶນ ແລະ ກຳແໜ້ນກາລະໂອກາດໃນສະພາບທີ່ປະເທດນີ້ພວມນັບມື້ນັບເປີດປະຕູ.
ທ່ານປະທານປະເທດຈີນ ສີຈີ້ນຜິງ ແລະ ທ່ານນາຍົກລັດຖະມົນຕີເຢຍລະມັນຄົນໃໝ່ Olaf Schoplz ໂອ້ລົມທາງໂທລະສັບ - ảnh 1ທ່ານປະທານປະເທດຈີນ ສີຈີ້ນຜິງ
(ພາບ: THX/TTXVN)

ວັນທີ 21 ທັນວາ, ທ່ານປະທານປະເທດຈີນ ສີຈີ້ນຜິງ ແລະ ທ່ານນາຍົກລັດຖະມົນຕີເຢຍລະມັນຄົນໃໝ່ Olaf Schoplz ໄດ້ໂອ້ລົມທາງໂທລະສັບ.

        ໃນການໂອ້ລົມທາງໂທລະສັບ, ທ່ານປະທານປະເທດ ຈີນ ຮຽກຮ້ອງໃຫ້ 2 ຝ່າຍຈົ່ງເປັນເຈົ້າການຄົ້ນຫາຂົງເຂດຮ່ວມມືໃໝ່ຄື: ພະລັງງານໃໝ່, ເສດຖະກິດຂຽວ ແລະ ດີຈີຕອນ. ປະຈຸບັນ, ຈີນ ແມ່ນຄູ່ຄ້າລາຍໃຫຍ່ທີ່ສຸດຂອງ ເຢຍລະມັນ ແລະ ກໍ່ແມ່ນຕະຫຼາດໜຶ່ງດຽວສຳຄັນທີ່ສຸດຂອງຂະແໜງຜະລິດລົດໂອໂຕຂອງ ເຢຍລະມັນ. ທ່ານ ສີຈີ້ນຜິງ ຢືນຢັນວ່າ, ຈີນ ຕ້ອນຮັບບັນດາບໍລິສັດຂອງ ເຢຍລະມັນ ມາລົງທຶນ ແລະ ກຳແໜ້ນກາລະໂອກາດໃນສະພາບທີ່ປະເທດນີ້ພວມນັບມື້ນັບເປີດປະຕູ. ກົງກັນຂ້າມ, ປັກກິງ ຫວັງວ່າ ແບກແລງ ຈະສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງ ຍຸດຕິທຳໃຫ້ນັກລົງທຶນ ຈີນ.

        ສ່ວນທ່ານນາຍົກລັດຖະມົນຕີ ເຢຍລະມັນ ຄົນໃໝ່ Olaf Schoplz ກໍ່ໃຫ້ຮູ້ວ່າ, ປະເທດນີ້ພ້ອມແລ້ວຈະເພີ່ມທະວີການຮ່ວມມືຢ່າງແທດຈິງກັບ ຈີນ ໃນຂົງເຂດພະລັງງານສະອາດ, ເສດຖະກິດດີຈີຕອນ ແລະ ການບໍລິການ. ທ່ານ Olaf Schoplz ກໍ່ຫວັງວ່າ ສັນຍາການລົງທຶນລະຫວ່າງສະຫະພາບ ເອີລົບ - ຈີນ ຈະມີຜົນສັກສິດໄວທີ່ສຸດເທົ່າທີ່ສາມາດປະຕິບັດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ