ທ່ານປະທານປະເທດມອບຂໍ້ຕົກລົງເລື່ອນຊັ້ນຕຳແຫນ່ງພົນໂທໃຫ້ນາຍທະຫານ3ຄົນ

ທ່ານປະທານປະເທດມອບຂໍ້ຕົກລົງເລື່ອນຊັ້ນຕຳແຫນ່ງພົນໂທໃຫ້ນາຍທະຫານ3ຄົນ - ảnh 1
ພາບ​ປະ​ກອບ:vietnamnet

(vovworld)-​ຕອ​ນ​ບ່າຍ​ວັນ​ທີ 11/12 ຢູ່ ທຳ​ນຽບປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ມອບ​ຂໍ້​ຕົກ​ລົງ​ເລື່ອນ​ຊັ້ນ​ຕຳ​ແຫນ່ງ​ຈາກ​ພົນ​ຕີ​ຂຶ້ນ​ເປັນ​ພົນ​ໂທ​ໃຫ້​ນາຍ​ທະ​ຫານກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ 3 ຄົນ. ນັ້ນ​ແມ່ນ ທ່ານ ເບ​ຊວນ​ເຈື່ອງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ປ້ອ​ງ​ກັນ​ປະ​ເທດ, ທ່ານ ຫວໍ​ຈ້ອງ​ຫວຽດ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ທ່ານ ຫວໍ​ວັນ​ຕວນ, ຮອງ​ຫົວ​ຫນ້າ​ກົມ​ໃຫຍ່​ເສ​ນາ​ທິ​ການ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ: ເລື່ອງ​ເລື່ອນ​ຊັ້ນ​ຕຳ​ແຫນ່ງ​ເປັນ​ພົນ​ໂທ​ໃຫ້​ນາຍ​ທະ​ຫານ 3 ຄົນ ແມ່ນສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ, ຄວາມ​ເຊື່ອ​ໝັ້ນ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ສຳ​ລັບ​ກອງ​ທັບ.

ຂ່າວ/ບົດ​ອື່ນ