ທ່ານປະທານປະເທດຫງວຽນຊວັນຟຸກ: ບັນດາການຄົ້ນຄວ້າກ່ຽວກັບລັດແຫ່ງອຳນາດນິຕິບັນຍັດຕ້ອງໄດ້ຮັບການຍົກສູງຂຶ້ນລະດັບສູງໃໝ່

(VOVWORLD) -ແຜນຮ່າງແມ່ນບົດປະພັນວິທະຍາສາດມີລັກສະນະຕົວຈິງຢູ່ຫວຽດນາມ, ສ່ອງແສງແນວທາງ, ໂຄງການການເມືອງ ແລະ ລັດຖະທຳມະນູນ 2013, ໃນນັ້ນເນັ້ນໜັກເຖິງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃນໄລຍະຍາວຮອດປີ 2030, ວິໄສທັດຮອດປີ 2045.
ທ່ານປະທານປະເທດຫງວຽນຊວັນຟຸກ: ບັນດາການຄົ້ນຄວ້າກ່ຽວກັບລັດແຫ່ງອຳນາດນິຕິບັນຍັດຕ້ອງໄດ້ຮັບການຍົກສູງຂຶ້ນລະດັບສູງໃໝ່ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: TTVN)

ຕອນບ່າຍວັນທີ 09 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານວາລະປະຊຸມຄັ້ງທີ 2 ຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ”.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ແຜນຮ່າງແມ່ນບົດປະພັນວິທະຍາສາດມີລັກສະນະຕົວຈິງຢູ່ຫວຽດນາມ, ສ່ອງແສງແນວທາງ, ໂຄງການການເມືອງ ແລະ ລັດຖະທຳມະນູນ 2013, ໃນນັ້ນເນັ້ນໜັກເຖິງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃນໄລຍະຍາວຮອດປີ 2030, ວິໄສທັດຮອດປີ 2045. ສະນັ້ນ, ບັນດາເນື້ອໃນຕ້ອງຮັບປະກັນລັກສະນະການເມືອງ, ທິດສະດີ ແລະ ພຶດຕິກຳຕົວຈິງ. ທ່ານປະທານປະເທດ ໄດ້ຮຽກຮ້ອງວ່າ:

        “ການຄົ້ນຄວ້າສ້າງບັນດາຫົວເລື່ອງສະເພາະຕ້ອງເອົາລັດທະ ມາກ-ເລນິນ, ແນວຄິດປະທານໂຮ່ຈີມິນ ເປັນພື້ນຖານໃຫ້ແກ່ແນວຄິດ, ຕິດພັນຢ່າງໃກ້ຊິດກັບບັນດາທັດສະນະແຜນນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ; ສືບທອດບັນດາຜົນງານທີ່ບັນລຸໄດ້ໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ ເຊິ່ງພວກເຮົາບັນລຸຜົນສຳເລັດຫຼາຍຢ່າງ. ລັດຫວຽດນາມ ໂດຍປະຊາຊົນ, ເພື່ອປະຊາຊົນ, ເປົ້າໝາຍສູງສຸດຂອງລັດແມ່ນເພື່ອປະຊາຊົນ. ສະນັ້ນ, ຕ້ອງຄົ້ນຄວ້າໂດຍພື້ນຖານຕ້ອງໄດ້ຍົກສູງຂຶ້ນລະດັບສູງໃໝ່ ເພື່ອຕິດພັນກັບສະພາບຕົວຈິງໃນປະຈຸບັນເພື່ອເບິ່ງແຍງດູແລໃຫ້ແກ່ປະຊາຊົນເປັນຢ່າງດີກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ