ທ່ານປະທານປະເທດຫງວຽນຊວນຟຸກ: ປະຕິບັດວຽກງານອະໄພຍະໂທດປີ2021 ຢ່າງເຂັ້ມງວດ

(VOVWORLD) - ວັນທີ 30 ມິຖຸນາປີ 2021, ທ່ານປະທານປະເທດໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 1161 ກ່ຽວກັບການອະໄພຍະໂທດປີ 2021 ເນື່ອງໃນໂອກາດວັນຊາດທີ 2 ກັນຍາ.
ທ່ານປະທານປະເທດຫງວຽນຊວນຟຸກ: ປະຕິບັດວຽກງານອະໄພຍະໂທດປີ2021 ຢ່າງເຂັ້ມງວດ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ:TTXVN)

ຕອນບ່າຍວັນທີ 17 ສິງຫາ ຢູ່ ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມກັບສະພາໃຫ້ຄຳປຶກສາອະໄພຍະໂທດ ພ້ອມກັບການນຳບັນດາກະຊວງ, ຂະແຫນງການກ່ຽວຂ້ອງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງທຸກຂັ້ນ, ທຸກຂະແຫນງການ ຕ້ອງປະຕິບັດວຽກງານອະໄພຍະໂທດ ແລະບັນດາຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ສານປະຊາຊົນສູງສຸດສົມທົບກັບບັນດາກະຊວງ, ຂະແຫນງການ, ສ້າງສຳເນົາເອກະສານ ແລະເສນາທິການໃຫ້ລັດຖະບານ ຍື່ນສະເຫນີທ່ານປະທານປະເທດພິຈາລະນາອະໄພຍະໂທດສຳລັບບັນດາກໍລະນີພິເສດ.

ວັນທີ 30 ມິຖຸນາປີ 2021, ທ່ານປະທານປະເທດໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 1161 ກ່ຽວກັບການອະໄພຍະໂທດປີ 2021 ເນື່ອງໃນໂອກາດວັນຊາດທີ 2 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ