ທ່ານປະທານປະເທດຫງວຽນຊວັນຟຸກພົບປະກັບການນຳບັນດາປະເທດແລະອົງການຈັດຕັ້ງສາກົນ

(VOVWORLD) -ໃນການເຄື່ອນໄຫວທຳອິດຢູ່ນິວຢອກ, ວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີບັນດາການພົບປະກັບການນຳຂັ້ນສູງບັນດາປະເທດ.
ທ່ານປະທານປະເທດຫງວຽນຊວັນຟຸກພົບປະກັບການນຳບັນດາປະເທດແລະອົງການຈັດຕັ້ງສາກົນ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບທ່ານປະທານາທິບໍດີສ.ເກົາຫຼີ Moon Jae in
(ພາບ: TTXVN)

ທີ່ການພົບປະກັບທ່ານປະທານາທິບໍດີສ.ເກົາຫຼີ Moon Jae in, ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ, 2 ປະເທດຄວນແກ້ໄຂໂລກລະບາດໂດຍໄວເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດໃນປະຈຸບັນໃຫ້ພັດທະນາຢ່າງເລິກເຊິ່ງ ກວ້າງຂວາງ, ຮອບດ້ານກວ່າອີກໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ທ່ານປະທານປະເທດສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ເພີ່ມຂອບເຂດ ແລະ ຈຳນວນໂຄງການລົງທຶນ ໄປພ້ອມກັບການຖ່າຍຖອດເຕັກໂນໂລຊີໃຫ້ແກ່ຫວຽດນາມ ແລະ ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສ.ເກົາຫຼີ ເຂົ້າມາລົງທຶນຢູ່ຫວຽດນາມ.

        ແລະກໍ່ໃນວັນດຽວກັນ, ທີ່ການພົບປະກັນທ່ານນາຍົກລັດຖະມົນຕີ ອຽກລັງ Micheal Martin, ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ ການນຳ ອຽກລັງ ເອົາໃຈໃສ່, ຊຸກຍູ້ສະພາແຫ່ງຊາດປະເທດນີ້ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນຫວຽດນາມ - ອີຢູ (EVIPA); ສືບຕໍ່ຮັກສາແຫຼ່ງທຶນ ODA ສະຫງວນໃຫ້ແກ່ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານປະທານປະເທດສະເໜີໃຫ້ ອຽດລັງ ໜູນຊ່ວຍ ຫວຽດນາມ ສຳພັດກັບແຫຼ່ງສະໜອງວັກຊິນ, ພິຈາລະນາສະໜອງບັນດາເຄື່ອງອຸປະກອບການແພດໃຫ້ແກ່ຫວຽດນາມ.

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ແດນມາກ ເອົາໃຈໃສ່ໜູນຊ່ວຍຫວຽດນາມ ສຳພັດກັບແຫຼ່ງວັກຊິນກັນໂຄວິດ-19 ໂດຍໄວ, ລວມທັງຜ່ານກົນໄກ COVAX. ທ່ານນາຍົກລັດຖະມົນຕີ ແດນມາກ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ກ່ຽວກັບບັນຫາວັກຊິນ, ພ້ອມທັງໃຫ້ຮູ້ວ່າ ຈະສົ່ງເສີມບັນດາວິສາຫະກິດຂອງ  ແດນມາກ ຍູ້ແຮງການລົງທຶນເຂົ້າຫວຽດນາມ.

        ແລະກໍ່ໃນວັນທີ 21 ກັນຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ໄດ້ມີບັນດາການພົບປະກັບປະມຸກລັດ, ການນຳຂັ້ນສູງບັນດາປະເທດ ໄທ, ບັງກະລາເທດ, ສີລັງກາ, ເລັດເວຍ, ໂດມີນິກ, ຊູແອດ… ແລກປ່ຽນມາດຕະການຫຼາຍຢ່າງເພື່ອຍູ້ແຮງ, ພັດທະນາການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ