ທ່ານ​ປະ​ທານ​ປະ​ເທດຫວໍ​ວັນ​ເຖືອງໃຫ້​ການ​ຕ້ອນ​ຮັບ ​ປະ​ທານ​ອົງ​ການ​ໄອ​ຍະ​ການ​ສູງ​ສູດຮຸງ​ກາ​ຣີ

(VOVWORLD) - ຕອນບ່າຍວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ເມື່ອຕ້ອນຮັບຄະນະຜູ້ແທນ ອົງການໄອຍະການສູງສຸດຮຸງກາຣີໂດຍທ່ານ Peter Polt ປະທານອົງການເປັນຫົວໜ້າຄະນະ, ທີ່ພວມມີການຢ້ຽມຢາມແລະເຮັດວຽກຢູ່ ຫວຽດນາມ, ທ່ານປະທານປະເທດຫວໍວັນເຖືອງໄດ້ເນັ້ນໜັກວ່າຫວຽດນາມຖືເປັນສຳຄັນພິເສດການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໃຫ້ສູມບູນແບບ.

ທ່ານ​ປະ​ທານ​ປະ​ເທດຫວໍ​ວັນ​ເຖືອງໃຫ້​ການ​ຕ້ອນ​ຮັບ ​ປະ​ທານ​ອົງ​ການ​ໄອ​ຍະ​ການ​ສູງ​ສູດຮຸງ​ກາ​ຣີ - ảnh 1 ທ່ານປະທານປະເທດຫວໍວັນເຖືອງໃຫ້ການຕ້ອນຮັບ ປະທານອົງການໄອຍະການສູງສູດຮຸງກາຣີ (ພາບ: vksndtc.gov.vn)

ທ່ານປະທານປະເທດປາດຖະໜາຢາກການພົວພັນຮ່ວມມືລະຫວ່າງອົງການໄອຍະການຫວຽດນາມແລະຮຸ່ງກາຣີບັນລຸໄດ້ຜົນງານຫຼາຍກ່ວາອີກໃນໄລຍະຈະມາເຖິງ, ບໍ່ພຽງແຕ່ຢູ່ໃນອົງການໄອຍະການສູງສຸດເທົ່ານັ້ນຫາກຍັງຢູ່ອົງການໄອຍະການທຸກຂັ້ນອີກດ້ວຍ.

ສ່ວນທ່ານPeter Polt ໃຫ້ຮູ້ວ່າຮຸງກາຣີປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືກັບອົງການໄອຍະການປະຊາຊົນສູງສຸດຫວຽດນາມໃນການປະຕິບັດວຽກງານປົກປ້ອງກົດໝາຍ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ໜູນຊ່ວຍການພັດທະນາເສດຖະກິດ - ສັງຄົມຢູ່ແຕ່ລປະເທດ. ສອງອົງການຈະມີການສົມທົບກັນຢ່າງຕັ້ງໜ້າໃນການຮ່ວມມືສາກົນແລະຫຼາຍຝ່າຍ.

ແລະກໍ່ໃນຕອນບ່າຍວັນທີ 2 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ 50 ທ່ານເຊິ່ງແມ່ນສາດສະດາຈານ, ປະລິນຍາເອກ, ນັກວິທະຍາສາດ, ນັກຊ່ຽວຊານການແພດຫົວໃຈຊີບພະຈອນ ແຖວຫນ້າ ທີ່ມາຈາກຫຼາຍພື້ນຖານສາທາລະນະສຸກທີ່ກ້າວໜ້າໃນໂລກກໍ່ຄືໃນພາກພື້ນອາຊຽນໃນໂອກາດມາເຂົ້າຮ່ວມກອງປະຊຸມໃຫຍ່ວິທະສາຍາດຫົວໃຈຊີບພະຈອນອາຊີຕາເວັນອອກສ່ຽງໃຕ້ (AFCC2023)ຄັ້ງທີ 27 ຢູ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ