ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ລົງຢ້ຽມຢາມເມືອງດຶກເຖາະ ແຂວງ ຮ່າຕິ້ງ


ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ລົງຢ້ຽມຢາມເມືອງດຶກເຖາະ ແຂວງ ຮ່າຕິ້ງ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ພ້ອມ​ດ້ວຍ​ຄະ​ນະ​ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່ ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ເມືອງ​ດຶກ​ເຖາະ ແຂວງ ຮ່າ​ຕິ້ງ
(ພາບ: baohatinh)

(vovworld)- ວັນ​ທີ 10/2, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ພ້ອມ​ດ້ວຍ​ຄະ​ນະ​ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່ ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ເມືອງ​ດຶກ​ເຖາະ ແຂວງ ຮ່າ​ຕິ້ງ. ກ່າວ​ຄຳ​ເຫັນນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ສະ​ເໜີ​ເມືອງ​ດຶ​ກເຖາະ ຄວນ​ເອົາ​ໃຈ​ໃສ່​ຕໍ່​ກາ​ນ​ພັດ​ທະ​ນາ​ການ​ຜະ​ລິດ, ປະ​ຕິ​ບັດ​ວຽກ​ງານ​ລົ​ບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເປັນ​ຢ່າງ​ດີ, ກໍ່​ສ້າງ​ເສັ້ນ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ, ແນ​ໃສ່​ເສີມ​ຂະ​ຫຍາຍ​ຄວມ​ສາ​ມາດ​ບົ່ມ​ຊ້ອນ​ທ່າ​ໄດ້​ປຽບ​ຂອງ​ເມືອງ. ພິ​ເສດ​ແມ່ນ​ຕ້ອງ​ກຳ​ນົດ​ການ​ຜະ​ລິດ​ແມ່ນ​ກົກ​ເພື່ອ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ຟາມ, ທະ​ວີ​ຄູນ​ຮູບ​ແບບ​ການ​ຜະ​ລິດ, ດ້ວຍ​ຈຸດ​ສຸມ​ແມ່ນ​ການ​ປູກ​ຝັ​ງ​ລ້ຽງ​ສັດ. ​ພ້ອມ​ກັນ​ນັ້ນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ສະ​ເໜີ​ເມືອງ​ດຶກ​ເຖາະ, ແຂວງຮ່າ​ຕິ້ງ​ຈົ່ງ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສີ​ກຳ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ.

    ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ລົງ​ສຳຫຼວດ​ບາງ​ໂຄງ​ການ​ທີ່​ພວມ​ຜັນ​ຂະ​ຫຍາຍ​ຢູ່​ເຂດ​ເສດ​ຖະ​ກິດ​ຮ່າ​ຕິ້ງ, ມອບ​ຂອງ​ຂວັນ ແລະ ອວຍ​ພອນ​ປີ​ໃໝ່​ພະ​ນັກ​ງານ, ກຳ​ມະ​ກອນ​ທີ່​ພວມ​ອອກ​ແຮງ​ງານ​ສະ​ຖານ​ທີ່​ດຳ​ເນີນ​ໂຄງ​ການ.

 

ຕອບກັບ

ຂ່າວ/ບົດ​ອື່ນ