ທ່ານປະທານປະເທດຫວຽດນາມ ເຈືອງເຕິ້ນຊາງ ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງ ກຳປູເຈຍ

ທ່ານປະທານປະເທດຫວຽດນາມ ເຈືອງເຕິ້ນຊາງ ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງ ກຳປູເຈຍ - ảnh 1
(ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ໂອ້​ລົ​ມ​ກັບ​ພະນັກງານ,
ພາລະ​ກອນ​ລັດຖະກອນ ສະຖານທູດຫວຽດນາມ ປະຈຳ​ ກຳປູ​ເຈຍ)


(vovworld) –  ​ຕອນ​ຄຳ່​ວັນ​ທີ 24/12, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ້ນຊາງ ​ໄດ້​ເດີນທາງ​ອອກຈາກ​ນະຄອນຫຼວງພະນົມ​ເປັນ ​ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງລາຊະ​ອານາຈັກ​ກຳປູ​ເຈຍ ຢ່າງ​ຈົບງາມໃນ​ລະຫວ່າງ​ວັນ​ທີ 23-24/12, ຕາມ​ຄຳ​ເຊີນ​ຂອງ​ພະ​ບາດ​ສົມ​ເດັດ ພະ​ບໍລົມ​ມະນຽດ ​ໂນ​ໂຣດົມ ສີຫະ​ໂມ​ນີ, ກະສັດ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ. ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົ​ມ​ກັບ​ພະນັກງານ, ພາລະ​ກອນ​ລັດຖະກອນ ສະຖານທູດຫວຽດນາມ ປະຈຳ​ກຳປູ​ເຈຍ; ບັນດາ​ອົງການທີ່​ຄຽງ​ຂ້າງ​ສະຖານທູດ; ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ​ແລະ ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຫວຽດ​ນາມທີ່ ​ພວມ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ກຳ​ປູ​ເຈຍ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ້ນຊາງ ຕັກ​ເຕື່ອນປະຊາ​ຄົມ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່ກຳ​ປູ​ເຈຍ ສືບ​ຕໍ່​າ​ມູນ​ເຊື້ອ​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ບືນຕົວ​ຂຶ້ນ​ໃນ​ການ​ດຳລົງ​ຊີວິດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ດຳລົງ​ຊີວິດ​ຢູ່ກຳ​ປູ​ເຈຍ ​​ແຕ່​ຍາມ​ໃດ​ກໍ່​ອວາຍ​ໜ້າ​ເມືອ​ປະ​ເທດ​ຊາດ; ​ເຄົາລົບ​ຮີດຄອງ​ປະ​ເພນີ​ຂອງ​ກຳປູ​ເຈຍ, ປະຕິບັດ​ກົດໝາຍ​ຂອງ​ກຳປູ​ເຈຍ​ເປັນ​ຢ່າງ​ດີ, ສ້າງ​​ຄວາມ​ສະດວກ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ກຳປູ​ເຈຍ​ ໃນ​ການ​ຄຸ້ມ​ຄອງ​ທາງ ສັງຄົມ.

     ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ເນື່ອງ​ໃນ​ໂອກາດທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕິ້ນຊາງ ສິ້ນ​ສຸດການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ລາຊະ​ອານາຈັກກຳປູ​ເຈຍ ຢ່າງ​ຈົບງາມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ຕ່າງປະ​ເທດ ​ໂຮ່ຊວນ​ເຊີນ ຢືນ​ຢັ້ນວ່າ: ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ແມ່ນ​ສຳຄັນ​ທີ່​ສຸດ ​ແລະ ​ແມ່ນ​ການ​ກຳນົດ​ທິດ​ອັນ​ໃຫຍ່​​ເພື່ອໃຫ້ການ​ພົວພັນ 2 ປະ​ເທດ​ສືບ​ຕໍ່​ພັດທະນາ​ຢ່າງ​ໝັ້ນຄົງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ