ທ່ານ​ປະ​ທານ​ປະ​ເທດອວຍ​ພອນ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ສ​ປ​ຊ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຄືນ​ໃໝ່ ອາ​ຍຸ​ການ 2022-2026

(VOVWORLD) -ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຟຸກ ຢືນຢັນວ່າ: ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ, ຫວຽດນາມ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານລວມຂອງ ສປຊ.
ທ່ານ​ປະ​ທານ​ປະ​ເທດອວຍ​ພອນ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ສ​ປ​ຊ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຄືນ​ໃໝ່ ອາ​ຍຸ​ການ 2022-2026 - ảnh 1

 (ພາບ:VTV)

   ຕອນເຊົ້າວັນທີ 19 ມິຖຸນາ, ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ  ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ແລະ ແລກປ່ຽນກ່ຽວກັບການເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ-ສປຊ.

   ທີ່ການໂອ້ລົມທາງໂທລະສັບ, ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຟຸກ ຢືນຢັນວ່າ: ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ, ຫວຽດນາມ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານລວມຂອງ ສປຊ, ໃນນັ້ນ ມີການຮັບໜ້າທີ່ກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ແລະ ພວມຮັບສະໝັກເຂົ້າໃນສະພາສິດທິມະນຸດ ອາຍຸການ 2023-2025. ທ່ານປະທານປະເທດ ກໍ່ສະເໜີໃຫ້ບັນດາອົງການຈັດຕັ້ງ ສປຊ ຈົ່ງສືບຕໍ່ເອົາໃຈໃສ່, ໜູນຊ່ວຍຫວຽດນາມ, ພິເສດແມ່ນການຜັນຂະຫຍາຍວັກຊິກກັນພະຍາດໂຄວິດ 19.

   ສ່ວນທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ຖືວ່າ ຫວຽດນາມ ແມ່ນປັດໄຈສຳຄັນ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ໃນພາກພື້ນ. ທ່ານສະແດງຄວາມຕື້ນຕັນໃຈ ຕໍ່ເລື່ອງຫວຽດນາມ ຫາກໍ່ປິ່ນປົວໃຫ້ພາລະກອນ ສປຊ ຕິດເຊື້ອພະຍາດໂຄວິດ 19 ຫາຍດີເປັນປົກກະຕິ ຊື່ງສະແດງໃຫ້ເຫັນນ້ຳໃຈສາກຄີສາກົນ ພ້ອມກັນຜ່ານຜ່າໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ