ທ່ານປະທານປະເທດເຂົ້າຮ່ວມພິທີມອບລາງວັນໂຮ່ຈີມິນ

(VOVWORLD) - ທີ່ພິທີຍ້ອງຍໍນັກປະພັນ 113 ຄົນ ແລະ ບັນດາບົດປະພັນ ແລະ ກຸ່ມບົດປະພັນທີ່ໄດ້ຮັບລາງວັນ ໂຮ່ຈີມິນ ແລະ ລາງວັນແຫ່ງລັດກ່ຽວກັບວັນນະຄະດີ - ສິລະປະ 2017, ເຊິ່ງຈັດຕັ້ງໃນຕອນເຊົ້າວັນທີ 20/5, ຢູ່ ຮ່າໂນ້ຍ
ທ່ານປະທານປະເທດເຂົ້າຮ່ວມພິທີມອບລາງວັນໂຮ່ຈີມິນ - ảnh 1  ທ່ານປະທານປະເທດ ເຈິ່ນດ້າຍກວາງ


ເນື່ອງໃນໂອກາດສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ນັ້ນ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຂົ້າຮ່ວມພິທີມອບລາງວັນ ໂຮ່ຈີມິນ ແລະ ລາງວັນແຫ່ງລັດຖືວ່າ, ຖັນແຖວບັນດານັກວັນນະຄະດີສິລະປະ ສົມເປັນນາມມະຍົດອັນສູງສົ່ງແມ່ນນັກສິລະປະ - ນັກຮົບ. ພັກ, ລັດ ແລະ ປະຊາຊົນຕີລາຄາສູງຈິດໃຈອອກແຮງງານຢ່າງມີຫົວຄິດປະດິດສ້າງ ແລະ ການອຸທິດສ່ວນຂອງນັກວັນນະຄະດີສິລະປະ. ເຊິ່ງແມ່ນຜູ້ທີ່ໄດ້ປະກອບສ່ວນປັບປຸງ, ພັດທະນາ ແລະ ສ້າງຄວາມສະຫງ່າໃຫ້ພື້ນຖານວັນນະຄະດີສິລະປະ ປະຕິວັດໄລຍະຜ່ານມາ. ທ່ານຮຽກຮ້ອງຖັນແຖວນັກວັນນະຄະດີສິລະປະສືບຕໍ່ປະກອບສ່ວນກໍ່ສ້າງ ແລະ ພັດທະນາວັນນະຄະດີສິລະປະໃນໄລຍະໃໝ່, ພັດທະນາວັດທະນະທຳ ຫວຽດນາມ, ຊາວ ຫວຽດນາມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດຢ່າງໝັ້ນຄົງ.

        “ສຸມໃສ່ປ່ຽນໃໝ່ແບບວິທີເຄື່ອນໄຫວຂອງສະມາຄົມວັນນະຄະດີສິລະປະ, ແນໃສ່ເຕົ້າໂຮມ, ສ້າງເງື່ອນໄຂເພື່ອໃຫ້ ນັກວັນນະຄະດີສິລະປະໃກ້ຊິດຕິດແທດກັບພຶດຕິກຳຕົວຈິງຂອງປະເທດ, ຕິດພັນກັບການດຳລົງຊີວິດຂອງປະຊາຊົນ, ສູ້ຊົນປະດິດແຕ່ງຫຼາຍບົດປະພັນທີ່ມີຄຸນຄ່າດ້ານແນວຄິດ ແລະ ສິລະປະສູງ, ມີປະໂຫຍດອັນໃຫຍ່ຫຼວງໃນການສ້າງມະນຸດ, ທັງມີລັກສະນະກຳນົດທິດ, ທັງຕອບສະໜອງຄວາມຕ້ອງການດ້ານວັດທະນະທຳ, ຈິດໃຈທີ່ນັບມື້ນັບສູງຂອງປະຊາຊົນທຸກຊັ້ນວັນນະ. ຕັ້ງໜ້າປຸກລະດົມ, ສົ່ງເສີມບັນດາປັດໃຈກ້າວໜ້າໃໝ່, ກ່າວປະນາມ, ຕຳໜິຕິຊົມສິ່ງບໍ່ດີທີ່ພວມກີດຂວາງການພັດທະນາຂອງປະເທດ ແລະ ຄົນ ຫວຽດນາມ“.

        ຕາງໜ້າພັກ, ລັດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ມອບ ລາງວັນ “ໂຮ່ຈີມິນ ກ່ຽວກັບວັນນະຄະດີ - ສິລະປະ“ ໃຫ້ບັນດານັກປະພັນ ທີ່ມີບົດປະພັນ ກໍ່ຄືກິດຈະກຳທີ່ໄດ້ຮັບລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ