ທ່ານປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຢູ່ແຂວງລອງອານ

ທ່ານປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຢູ່ແຂວງລອງອານ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ​ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​
ຊາດ​ເປັນ​ເອກະ​ພາບ ຢູ່​ແຂວງ ລອງ​ອານ
(ພາບ: qdnd.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 29/4, ​ແຂວງ​ລອງ​ອານ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​. ກ່າວ​ຄວາມ​ເຫັນ​ທີ່ພິທີ​ສະ​ເຫຼີ​ມສະຫຼອງ,​ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ເນັ້ນ​ໜັກ​ວ່າ, 40 ປີ​ໄດ້​ຜ່ານ​ພົ້ນ​ໄປ, ປະຈຸ​ບັນ​ໂລກ​ ​ແລະ ພາກ​ພື້ນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ, ສະພາບ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ພິ​ເສດ​ແມ່ນ​ການ​ຂັດ​ແຍ້​ງອະທິປະ​ໄຕ​ເກາະ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຂ້ຽວຂາດ, ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ພວມ​ຍູ້​ແຮງ​ການ​ຫັນປ່ຽນ​ໂດຍ​ສັນຕິ, ກໍ່​ຄວາມ​ຈາລະ​ຈົນ, ​ໂຄ່ນ​ລົ້ມ, ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສັງຄົມ. ຕາມ​ທ່ານ​ປະທານ​ປະ​ເທດ, ​ເພື່ອ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມ, ຮຽກຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ຕ້ອງ​ມີ​ຄວາມມານະ​ພະຍາຍາມຢ່າງ​ສູງ​ສຸດ ມີ​ນຳ້​ໃຈ​ບຸກ​ໂຈມ​ຕີ​ຂອງ​ມະຫາ​ໄຊ​ລະດູບານ​ໃໝ່ 1975 ​ເພື່ອ​ປະຕິບັດ​ໜ້າ​ທີ່​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​​ໃໝ່​ຢ່າງ​ມີ​ໄຊ.

        “ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ, ຕ້ອງ​ປະຕິບັດ​ຕາມ​ແບບຢ່າງ​ຂອງ​ປະຊາຊົນ, ສະຫາຍ, ນັກຮົບທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ເອກະລາດ, ​ເສລີພາບ​ຂອງປະ​ເທດ​ຊາດ, ຖື​ຜົນ​ປະ​ໂຫຍ​ດຂອງ​ພັກ, ຂອງ​ປະ​ເທດ​ຊາດ​ສູງ​ກວ່າ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ. ຊາວ​ຫວຽດນາມ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຕ້ອງ​ພ້ອມ​ກັນ​ສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ ກໍ່ສ້າງ​ປະ​ເທດ​ຫວຽດນາມ​ໃຫ້​ຮັ່ງມີ, ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ, ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ເພື່ອນ​ມິດສາ​ກົນ ​ແລະ ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໄວ້“.


ຂ່າວ/ບົດ​ອື່ນ