ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານນາຍົກລັດຖະມົນຕີທອງລຸນສີສຸລິດ

(VOVWORLD) -ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ພວມຢ້ຽມຢາມແລະ ເຮັດວຽກຢູ່ຫວຽດນາມ, ວັນທີ 3 ຕຸລາ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຢືນຢັນ: ຫວຽດນາມ ຍາມໃດກໍ່ສະຫນັບສະຫນູນພາລະກິດປ່ຽນແປງໃຫມ່, ປົກປັກຮັກສາ ແລະ ສ້າງສາປະເທດລາວ.
ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານນາຍົກລັດຖະມົນຕີທອງລຸນສີສຸລິດ - ảnh 1ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານນາຍົກລັດຖະມົນຕີທອງລຸນສີສຸລິດ 

ທ່ານປະທານປະເທດ ສະເຫນີ ສອງຝ່າຍຜັນຂະຫຍາຍແຜນການຮ່ວມມືປະຈຳປີ ກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສົມທົບກັນສ້າງແຜນຮ່າງກ່ຽວກັບການວາງແຜນກຳນົດ ແລະ ພັດທະນາລະບົບດ່ານຊາຍແດນ ຫວຽດນາມ - ລາວ ໄລຍະ 2016-2025, ວິໄສທັດຮອດປີ 2035. ທ່ານປະທານປະເທດ ປາດຖະຫນາ ສອງຝ່າຍແຈ້ງຂໍມູນຂ່າວຢ່າງທັນການ, ສົມທົບກັນຢ່າງແຫນ້ນແຟ້ນ, ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສສາກົນ, ພາກພື້ນ ກໍຄືບັນດາກົນໄກອະນຸພາກພື້ນ, ເຮັດໃຫ້ວິວັດການຮ່ວມມື, ຮ່ວມສຳພັນຂອງປະຊາຄົມ ອາຊຽນ, ເພີ່ມທະວີຄວາມສາມັກຄີ, ບົດບາດເປັນໃຈກາງຂອງ ອາຊຽນໃຫ້ເລິກເຊິ່ງກວ່າອີກ ແລະ ຮັກສາທັດສະນະລວມຂອງອາຊຽນ ໃນບັນດາບັນຫາຍຸດທະສາດຂອງພາກພື້ນ. ເນື່ອງໃນໂອກາດນີ້ ຜ່ານທ່ານນາຍົກລັດຖະມົນຕີທອງລຸນ ສີສຸລິດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ສົ່ງຄຳເຊື້ອເຊີນ ທ່ານປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ມາເຂົ້າຮ່ວມກອງປະຊຸມສຸດຍອດ APEC ດຳເນີນໃນເດືອນພະຈິກຈະມາເຖິງຢູ່ ນະຄອນ ດາຫນັງ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕີລາຄາສູງເລື່ອງຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມ APEC ປີ 2017 ແລະ ມີຄວາມເຊື່ອໝັ້ນວ່າ ດ້ວຍບົດຮຽນໃນການຈັດຕັ້ງຫລາຍເຫດການສາກົນສຳຄັນ, ຫວຽດນາມຈະຈັດຕັ້ງເຫດການນີ້ສຳເລັດຜົນ. 

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານນາຍົກລັດຖະມົນຕີທອງລຸນສີສຸລິດ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ