ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມ

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງຕ້ອນ​ຮັບ​ທ່ານ Ousmane Dione, ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ ປະ​ຈຳ​ຫວຽດ​ນາມ


(vovworld)- ຕອ​ນ​ບ່າຍ​ວັນ​ທີ 15/12 ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານ Ousmane Dione, ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ ປະ​ຈຳ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ສະ​ເຫ​ນີ: ໄລ​ຍະ​ຈະ​ມາ​ເຖິງ ທ່ານ Ousmane Dione ສຸມ​ໃສ່​ສະ​ຫນອງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຊ່ວຍ​ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ການ​ກຳ​ນົດ​ທິດ​ທີ່​ໄດ້​ວາງ​ອອກ​ໃນ​ບັນ​ດາ​ເອ​ກະ​ສານ​ຂອງກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 12 ຂອງ​ພັກ. ສົມ​ທົບ​ຢ່າງ​ແຫ​ນ້ນ​ແຟ້ນ​ກັບ​ບັນ​ດາ​ອົງ​ການ​ຂອງ​ລັດ​ຖະ​ບານ ເພື່ອ​ສ້າງ​ເອ​ກະ​ສານ​ຂອບ​ເຂດ​ການ​ຮ່ວມ​ມື​ແຫ່ງ​ຊາດ ຫວຽດ​ນາມ - ທະ​ນາ​ຄານ​ໂລກ ໄລ​ຍະ​ໃຫມ່ ບົນ​ຈິດ​ໃຈ​ເໝາະ​ສົມ​ກັບ​ບັນ​ດາ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ຊື່ງກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 12 ຂອງ​ພັກ​ວາງ​ອອກ ແລະ ບັນ​ດາ​ການ​ກຳ​ນົດ​ທິດ​ຂອງ ທະ​ນາ​ຄານ​ໂລກ ໃນ​ບົດ​ລາຍ​ງານ​ຫວຽດ​ນາມ​ປີ 2035. ຜ່ານນັ້ນ ຊ່ວຍ​ໃຫ້ ທະ​ນາ​ຄານ​ໂລກ ແລະ ຫວຽດ​ນາມ ບັນ​ລຸ​ບັນ​ດາ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ. ສ່ວນ​ທ່ານ Ousmane Dione ສະ​ແດງ​ຄວາມ​ເປັນ​ກຽດ​ໄດ້​ຮັບ​ຫ​ນ້າ​ທີ່​ເຮັດ​ວຽກ​ຢູ່​ຫວຽດ​ນາມ​ເມື່ອ​ເດືອນ 9/2016 ແລະ ມີ​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ທະ​ນາ​ຄານ​ໂລກ ແລະ ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ