ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຜູ້ອຳນວຍການໃຫຍ່ອົງ​ການຊັບສິນທາງປັນຍາໂລກFrancisGurry

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຜູ້ອຳນວຍການໃຫຍ່ອົງ​ການຊັບສິນທາງປັນຍາໂລກFrancisGurry - ảnh 1

(vovworld)-  ຕອນ​ບ່າຍ​ວັນ​ທີ 21/3, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານ Francis Gurry, ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ (WIPO )ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໃຫ້​ຮູ້​ວ່າ: ໃນ​ບັນ​ດາ​ຍຸດ​ທ​ະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ນັບ​ແຕ່​ເມື່ອ​ກ້າວ​ເຂົ້າ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ສ້າງ​ສາ​ປະ​ເທດ​ຊາດ, ຫວຽດ​ນາມ ໄດ້​ກຳ​ນົດ​ຄວນ​ປົກ​ປ້ອງ​ກຳ​ມະ​ສິດ​ອຸດ​ສາ​ຫະ​ກຳ, ຮັບ​ປະ​ກັນ​ການ​ແກ້ງ​ແຍ້ງ​ປອດ​ໃສ​ໃນ​ກົນ​ໄກ​ການ​ຕະ​ຫລາດ ແລະ ສົ່ງ​ເສີມ​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ແລະ ຄົນ​ງານ. ທ່ານ​ປະ​ທານ​ປະ​ເທດ​ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ວາງ​ຄາດ​ໝາຍ​ຮອດ​ປີ 2020 ບັນ​ລຸ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສະ​ເລ່ຍ ແຕ່ 6,5% -7%, ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ ຕາມ​ທິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ. ສະ​ນັ້ນ ຊັບ​ສິນ​ທາງ​ປັນ​ຍາ​ຈະ​ສວ​ມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ທ່ານ ຜູ້​ອຳ​ນວຍ​ການ WIPO, Francis Gurry ຢືນ​ຢັນ: ການ​ຮ​່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ກັບ​ອົງ​ການ WIPO ແມ່ນ​ຕັ້ງ​ຫນ້າ, ປາດ​ຖະ​ຫນາ​ສອງ​ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ