ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ

ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ - ảnh 1
ທ່ານ​ປະທານປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ
ຕ້ອນຮັບທ່ານ Fumio Kishida
(ພາບ: TTXVN)

(vovworld) - ທີ່​ການ​ຕ້ອນຮັບທ່ານ Fumio Kishida ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ຍີ່ປຸ່ນ ໃນ​ຕອນ​ເຊົ້າ​ວັນ​ທີ 06/05, ຢູ່​ສຳນັກ​ງານ​ປະທານ​ປະ​ເທດ, ທ່ານ​ປະທານປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນໜັກວ່າ: ຫວຽດນາມ ​ແລະ ຍີ່ປຸ່ນ ​ມີ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຄ້າຍຄື​ກັນ ຫລາຍ​ຢ່າງ ​ແລະ ບັນດາ​ຄວາມ​ເອົາ​ໃຈ​ໃສ່​ລວມນັບທັງ​ໃນ​ການ​ຮ່ວມ​ມື 2 ຝ່າຍ ​ແລະ ຫລາຍ​ຝ່າຍ. ການ​ພັດທະນາ​ສາຍ​ພົວພັນລະຫວ່າງ 2 ປະ​ເທດ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ 2 ປະ​ເທດ​ຊາດ, ປະ​ກອບ​ສ່ວນ​​ເຂົ້າ​ໃນສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ​ແນວທາງ​ການ​ຕ່າງປະ​ເທດທີ່ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ສືບ​ຕໍ່​ຖື ຍີ່ປຸ່ນ ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ ​ແລະ ຍາວ​ນານ​ຂອງ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ ຍີ່ປຸ່ນ ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ຍົກ​ສູງ​ຄວາມ​ສາມາດ​ໃຫ້​ກຳລັງ​ປຕິ​ບັດ​ກົດໝາຍ​ບົນ​ທະ​ເລ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການຄ້າ, ການ​ລົງທຶນ, ໜູນ​ຊ່ວຍ​​ທຶນ ODA, ກະສິກຳ ​ແລະ ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ…​ທ່ານ​ປະທານ​ປະ​ເທດ ສະ​ເໜີ 2 ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ກ່ຽວ​ກັບ​ບັນດາ​ບັນ​ຫາ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ສະ​ເໜີ ຍີ່ປຸ່ນ ສະໜັບສະໜູນ ຫວຽດນາມ ກາຍ​ເປັນ ກຳມະການ​ບໍ່​ປະຈຳ​ສະພາ​ໝັ້ນຄົງສະຫະ​ປະຊາ​ຊາດ​ອາຍຸ​ການ 2020 – 2021.

        ສ່ວນ​ທ່ານ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ຢືນຢັນ​ຫຼັກ​ໝັ້ນ​ຂອງ​ຍີ່ປຸ່ນ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ, ​ໃນ​ນັ້ນ​ມີ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ Fumio Kishida ​ເນັ້ນ​ໜັກ​ວ່າ: ຍີ່ປຸ່ນ ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ເລື່ອງ​ແກ້​ໄຂ​ບັນດາ​ການຂັດ​ແຍ້​ງກັນ​ດ້ວຍ​ມາດ​ຕະການ​ໂດຍສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ສ້າງ​ປະມວນ​ຂໍ້​ກຳ​ນົດການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ​ (COC)

 

 


ຂ່າວ/ບົດ​ອື່ນ