ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຫົວຫນ້າຫ້ອງວ່າການປະທານປະເທດລາວ

(VOVWORLD) -ຕອນບ່າຍວັນທີ 27 ມີນາ ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ ຄຳເມີງ ພົງທະດີ ຫົວຫນ້າຫ້ອງວ່າການປະທານປະເທດລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 
ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຫົວຫນ້າຫ້ອງວ່າການປະທານປະເທດລາວ - ảnh 1 ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານ ຄຳເມີງ ພົງທະດີ ຫົວຫນ້າຫ້ອງວ່າການປະທານປະເທດລາວ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ທ່ານປະທານປະເທດ ສະເຫນີ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ມານະພະຍາຍາມ, ສູ້ຊົນເພື່ອໃຫ້ການພົວພັນດ້ານການເມືອງສອງປະເທດເຂົ້າສູ່ລວງເລິກ, ເພີ່ມທະວີປະສິດທິຜົນການແລກປ່ຽນຄະນະຜູ້ແທນທຸກຂັ້ນ. ພ້ອມກັນນັ້ນ ສອງຝ່າຍຄວນເພີ່ມທະວີການແລກປ່ຽນບົດຮຽນລະຫວ່າງທຸກຂັ້ນ, ຂະແຫນງການ, ທ້ອງຖິ່ນສອງປະເທດດ້ວຍຫລາຍຮູບການ, ຮັບປະກັນຄຸນນະພາບ, ປະສິດທິຜົນ. ພ້ອມກັນນັ້ນ ຫວຽດນາມ ແລະ ລາວ ຊຸກຍູ້ການຜັນຂະຫຍາຍປະສິດທິຜົນຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້, ເປັນຕົ້ນແມ່ນໝາກຜົນການພົບປະຂັ້ນສູງປະຈຳປີຂອງສອງກົມການເມືອງໃນປີ 2018 ແລະ ກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານສອງປະເທດ. ທ່ານປະທານປະເທດສະເຫນີ ສອງຝ່າຍສືບຕໍ່ວຽກງານໂຄສະນາ, ສຶກສາໃຫ້ປະຊາຊົນສອງປະເທດ ເປັນຕົ້ນແມ່ນລຸ້ນຫນຸ່ມກ່ຽວກັບການຮັກສາ, ເສີມຂະຫຍາຍມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ