ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບອົງການສືບລາຊະການລັບແຫ່ງລັດບຸນກາຣີ

ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບອົງການສືບລາຊະການລັບແຫ່ງລັດບຸນກາຣີ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​​
ຕ້ອນ​ຮັບ​ທ່ານ ​ເດີຣາ​ໂກ​ມີ ດີມີ​ເຕີຣົບ
(ພາບ: VTV)

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 29/11 ທີ່​ສຳນັກງານ​ປະທານ​ປະ​ເທດ​ໃນ ຮ່າ​ໂນ້ຍ ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​​ໄດ້ໃຫ້ການ​ຕ້ອນ​ຮັບ​ທ່ານ ​ເດີຣາ​ໂກ​ມີ ດີມີ​ເຕີຣົບ ປະທານ​ອົງການ​ສືບ​ລາຊະການ​ລັບ​ແຫ່ງ​ລັດ​ ບຸນ​ກາຣີ ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.  ທີ່​ການ​ຕ້ອນຮັບ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຕີ​ລາຄາ​ສູງ​ໝາກຜົນ​ແຫ​່ງການ​ເຈລະຈາ​ລະຫວ່າງ​ກະຊວງ​ຕຳຫຼວ​ດ ຫວຽດນາມ ​ແລະ ອົງການ​ສືບ​ລາຊະການ​ລັບ​ແຫ່ງ​ລັດ​ ບຸນ​ກາຣີ ​​ໄດ້​ເຫັນ​ດີ​ເປັນ​ເອກ​ະພາບຕໍ່ບັນດ​າມາດ​ຕະການ ​​ເພື່ອແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິ​​ດທິຜົນ, ​ເພື່ອ​ຜົນ​ປະ​ໂຫຍ​ດ​ຂອງປະຊາຊົນ 2 ປະ​ເທດ ຫວຽດນາມ - ບຸນ​ກາຣີ . ສ່ວນ​ທ່ານ ເດີຣາ​ໂກ​ມີ ດີມີ​ເຕີຣົບ ຢືນຢັນ​ວ່າ: ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ 2 ປະ​ເທດ​ເວົ້າ​ສະ​ເພາະ.

 

 

 

ຂ່າວ/ບົດ​ອື່ນ