ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບເລຂາທິການໃຫຍ່ຝຣັ່ງMichaelle Jean

ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບເລຂາທິການໃຫຍ່ຝຣັ່ງMichaelle Jean - ảnh 1
ການ​ຕ້ອນ​ຮັບ​ທ່ານ​ນາງ Michaelle Jean, ເລ​ຂາ​ທິ​ການ​ໃຫຍ່​ປະ​ຊາ​ຄົ​ມພາ​ສາ ຝ​ຣັ່ງ

(vovworld) – ຕອນ​ບ່າຍ​ວັນ​ທີ 11/10, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ເທດປະ​ເທດ ຫວຽດ​ນາມ ເຈີ່ນ​ດ້າຍກວາງ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Michaelle Jean, ເລ​ຂາ​ທິ​ການ​ໃຫຍ່​ປະ​ຊາ​ຄົ​ມພາ​ສາ ຝ​ຣັ່ງ, ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮ​ັບ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຫວັງ​ວ່າ: ປະ​ຊາ​ຄົ​ມ​ພາ​ສາ ຝ​ຣັ່ງ, ໄປ​ຄຽງ​ຄູ່​ກັບ​ການ​ຊຸກ​ຍູ້​ພາ​ສາ ແລະ ວັດ​ທະ​ນະ​ທຳເປັນຫຼາຍ​ຮູບ​ແບບ ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.  ທ່ານ ເຈີ່ນ​ດ້າຍກວາງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ໄດ້ ແລະໃຫ​້​ຄ​ຳ​ໝັ້ນ​ສັນ​ຍາ​ຍາມ​ໃດ​ກໍ່​ຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ ແລະ​ ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ປະ​ຊາ​ຄົມ ເພື່ອ​ບັນ​ດາເປົ້າ​ໝາຍ​ນີ້.

        ສ່ວນ​ທ່ານ​ນາງ Michaelle Jean ເຊື່ອ​ໝັ້ນ​ວ່າ: ດ້ວຍ​ບົດ​ບາດ​ເປັນ​ປະ​ຕູ​​ທາງ​ອອກຂອງ ອາ​ຊຽນ, ຫ​ວຽດ​ນາມ ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ໃນ​ປະ​ຊາ​ຄົມ​ບົນ​ຈິດ​ໃຈ​ສາ​ມັກ​ຄີ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ.


ຂ່າວ/ບົດ​ອື່ນ