ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດອາຣັບບີ ຊາອຸດິ ເຂົ້າຢ້ຽມອຳລາ

(VOVWORLD) -ຕອນບ່າຍວັນທີ 22 ມີນາ ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Dakhil Allah Raja Al Johani, ເອກອັກຄະລັດຖະທູດ ອາຣັບບີ ຊາອຸດິ ເຂົ້າຢ້ຽມອຳລາດເນື່ອງໃນໂອກາດສິ້ນສຸດອາຍຸການການທູດຢູ່ຫວຽດນາມ.
ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດອາຣັບບີ ຊາອຸດິ ເຂົ້າຢ້ຽມອຳລາ - ảnh 1ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ທ່ານ Dakhil Allah Raja Al Johani, ເອກອັກຄະລັດຖະທູດ ອາຣັບບີ ຊາອຸດິ

ທີ່ການຕ້ອນຮັບ, ທ່ານປະທານປະເທດເຈີນດ້າຍກວາງ ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງຫນ້າໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ ພ້ອມທັງປາດຖະຫນາຢາກສອງຝ່າຍສືບຕໍ່ຜັນຂະຫຍາຍປະສິດທິຜົນບັນດາເນື້ອໃນທີ່ໄດ້ເປັນເອກະພາບທີ່ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຄັ້ງທີ 3 ເມື່ອເດືອນພະຈິກປີ 2016 ຢູ່ Riyadh. ໃນນັ້ນ ສອງຝ່າຍຄວນຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄະນະວິສາຫະກິດ ແລະ ການເຄື່ອນໄຫວສົ່ງເສີມດ້ານການຄ້າ ເພື່ອເພີ່ມທະວີການແລກປ່ຽນດ້ານການຄ້າສອງປະເທດໃນບັນດາຂົງເຂດຊື່ງສອງຝ່າຍມີທ່າແຮງ.

ທ່ານປະທານປະເທດກໍ່ຕີລາຄາສູງບັນດາການປະກອບສ່ວນຂອງເອກອັກຄະລັດຖະທູດ Allah Raja Al Johani ໃນການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ ແລະ ອາຣັບບີ ຊາອຸດິ ແລະ ປາດຖະຫນາວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ແນະນຳນບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດຫວຽດນາມ ເຖິງປະຊາຊົນ ອາຣັບບີ ຊາອຸດິ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ