ທ່ານປະທານປະເທດເຈີ່ນດ້າຍກວາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມີນ

ທ່ານປະທານປະເທດເຈີ່ນດ້າຍກວາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມີນ - ảnh 1
ປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບ
ຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈີມິນ

(vovworld) – ຕອນ​ເຊົ້າ​ວັນ​ທີ 1/8, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ພ້ອມ​ກັບ​ໜ່ວຍ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ຊຸດ​ທີ 14, ຫົວໜ່ວຍ​ເລືອກ​ຕັ້ງ​ເລກທີ 1, ຄະນະ​ ສສຊ ນະຄອນ ​ໂຮ່ຈີ​ມິນ, ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1, ນະຄອນ ​ໂຮ່ຈີ​ມິນ, ປະກາດ​ເນື້ອ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14. ທີ່​ການ​ພົບ​ປະ, ຜູ້​ມີສິດ​ເລືອກ​ຕັ້ງ​ໄດ້​ຊົມ​ເຊີຍ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14., ​ໄດ້​ປະຕິບັດ​ວຽກ​ງານ​ບຸກຄະລາ​ກອນ​ສຳ​ເລັດ​ຜ​ົນ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຍົກ​ອອກ​ຫຼາຍ​ຂໍ້​ສະ​ເໜີ​​ແນະ​ກ່ຽວ​ກັບ​ບັນຫາ​ຕ້ານ​ການສໍ້ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ໜີ້​ສາທາລະນະ, ຄວາມ​ປອດ​ໄພ​ດ້ານ​ອາຫານ, ມົນ​ລະ​ພິດ​​ແຫຼ່ງນ້ຳ, ການປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ຕໍ່ໜ້າ​ບັນດາ​ການ​ຜັນ​ປ່ຽນ​ທີ່​ສັບສົນ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ​ໂດຍ​ຮັບຮູ້​ຄວາມ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ໜີ້​ສາທາລະນະ​ແມ່ນ​ບັນຫາສຳຄັນ​ສຳລັບ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ. ໜ້າ​ທີ່​ຂອງ​ລັດຖະບານ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ຕ້ອງ​ຄວບ​ຄຸມ​ໜີ້​ສາທາລະນະ​ເປັນ​ຢ່າງ​ດີ. ສຳລັບ​ວຽກ​ງານ​ປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸ​ມ​ເຟືອຍ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ, ​ໃຫ້​ຮູ້​ວ່າ:

        “ສຸມ​ໃສ່​ການຊີ້​ນຳ, ນຳພາ​​ເປັນ​ປະຈຳ,  ຕໍ່​ເນື່ອງ ​ແລະ ສ້າງ​ການ​ສົມທົບ​ແໜ້ນ​ແຟ້ນ ​ແລະ ລະ​ດົມ​ກຳລັງ​ແຮງ​ສັງ​ລວມຂອງ​ທົ່ວ​ລະບົບ​ການ​ເມືອງ ​ແລະ ທົ່ວ​ປວງຊົນ​ໃນ​ວຽກ​ງານ​ຕໍ່ສູ້ປ້ອງ​ກັນ, ສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອ​ຍ. ພ້ອ​ມກັນ​ນັ້ນ, ພວກ​ເຮົາ​ຕ້ອງ​ຍູ້​ແຮງ​ວຽກ​ງານ​ໂຄ​ສະ​ນາ, ​ສຶກສາ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ສະ​ຕິ​ຄວາມ​ຮັບຜິ​ດຊອບ​ຂອງ​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ການສໍ້ລາດ​ບັງ​ຫຼວງ”

                                               



ຂ່າວ/ບົດ​ອື່ນ