ທ່ານປະທານປະເທດເຈີ່ນດ້າຍກວາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ

ທ່ານປະທານປະເທດເຈີ່ນດ້າຍກວາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ - ảnh 1
ທ່ານ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ການພົບປະ

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 4/10, ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ພ້ອມ​ກັບ​ໜ່ວຍ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ 14, ຫົວໜ່ວຍ​ເລືອກ​ຕັ້ງ​ເລກ 1, ຄະນະ ສສຊ ນະຄອນ ​ໂຮ່ຈີ​ມິນ, ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1, ​ເມືອງ 3 ​ແລະ ​ເມືອງ 4, ປະກາດ​ເນື້ອ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 2, ສະພາ​ແຫ່ງ​ຊາດ​ຊຸ​ດທີ 14, ຮັບຟັງ, ຮັບ​ຮູ້​ບັນດາ​ຄຳ​ເຫັນ, ຂໍ້​ສະ​ເໜີ​​ຂອງ​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ. ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ​ເຈີ​່ນດ້າຍ​ກວາງ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ວິວັດທະນາ​ການ​ສ້າງ​ກົດ​ໝາຍຂອງ​ສະພາ​ແຫ່ງ​ຊາດ, ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ບັນດາ ສສຊ, ​ເລື່ອງ​​ໂຈະ​ການ​ປະກາດ​ໃຊ້​ປະມວນ​ກົດໝາຍ​ອາຍາ ​ແລະ ຮຽກຮ້ອງ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ວຽກ​ງານ​ສ້າງ​ກົດໝາຍ, ​ເລື່ອງ​ແກ້​ໄຂ​ບັນດາ​ກໍລະນີ​ສໍ້​ລາດ​ບັງ​ຫຼວງ… ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ສະມາຄົມ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໃຫ້​ຮູ້​ວ່າ: ສິດ​ສ້າງ​ຕັ້ງ​ສະມາຄົມ​ແມ່ນ​ໜຶ່ງ​ໃນ​ບັນດາ​ສິດ​ພື້ນ​ຖານ​ຂອງ​ພົນລະ​ເມືອງ​ທີ່​ລັດຖະທຳ​ມະນູນ​ໄດ້​ກຳນົດ. ​ເລື່ອງ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ສະມາຄົມ​​ເພື່ອ​ຫັນຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013 ​ເປັນ​ລະອຽດ, ຮັບປະກັນ​​ປະຕິບັດ​ສິດ​ສ້າງ​ຕັ້ງ​ສະມາຄົມ​ຂອງ​ພົນລະ​ເມືອງ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະມາຄົມ ​ແລະ ​ເພີ່ມ​ທະວີຜົນ​ສັກສິດ​​ໃນ​ການ​ຄຸ້ມ​ຄອງ​ຂອງ​ລັດ​ສຳລັບ​ສະ​ມາ​ຄົມ​ແມ່ນ​ຈຳ​ເປັນ​. ​ແລະກໍ່​​ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ຫຼາຍ​ບັນຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ​ຄື: ບັນຫາ​ໜີ້​ສາທາລະນະ​, ​ເລື່ອງ​​ແຕ່ງ​ຕັ້ງ, ຍົກຍ້າຍ ​ແລະ ຜັດປ່ຽນພະນັກງານ.


ຂ່າວ/ບົດ​ອື່ນ