ທ່ານປະທານປະເທດເຈີນດ້າຍກວາງມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ

ທ່ານປະທານປະເທດເຈີນດ້າຍກວາງມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ ມອບ​ຂໍ້​ຕ​ົກ​ລົງ​ແຕ່ງ​ຕັ້ງ
ເອກ​ອັກ​ຄະ​ລັດ​ຖະ​ທູດ

(vovworld)- ຕອນ​ບ່າຍ​ວັນ​ທີ 4/7 ຢູ່ ຮ່​າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ ມອບ​ຂໍ້​ຕ​ົກ​ລົງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ 20 ທ່ານ ອາ​ຍຸ​ການ 2016 -2019. ທ່ານ​ປະ​ທານ​ປະ​ເທດ ສະ​ເຫນີ ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຕ​ອ້ງ​ປະ​ຕິ​ບັດ​ຕາມການ​ຜັນ​ຂະ​ຫຍາຍ​ 3 ຫນ​້າ​ທີ່ ການ​ພົວ​ພັນ​ຕ່າງ​ປະ​ເທດ ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ກໍ​ຮຽກ​ຮ້ອງ​ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຮັດ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ ແລະ ວຽກ​ງານ​ກ່ຽວ​ກັບ​ຊາ​ວ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ​ຢ່າງ​ດີ.

 

ຕອບກັບ

ຂ່າວ/ບົດ​ອື່ນ