ທ່ານປະທານປະເທດເຈີນດ້າຍກວາງຢ້ຽມຢາມ,ອວຍພອນບຸນເຕັດໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

ທ່ານປະທານປະເທດເຈີນດ້າຍກວາງຢ້ຽມຢາມ,ອວຍພອນບຸນເຕັດໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ - ảnh 1
(ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງຢ້ຽມ​ຢາມ,
ອວຍ​ພອນ​ບຸ​ນ​ເຕັດ​ໃນ​ໂອ​ກາດ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່)

(vovworld) - ​ຄ່ຳ​ຄືນວັນ​ທີ 27/01 (ກົງ​ກັບ​ວັນ​ທີ 30 ບຸນ​ເຕັດ), ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ພ້ອມ​ກັບ​ການ​ນຳ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ ໄດ້​ໄປ​ຢ້ຽມ​ຢາມ ແລະ ກວດ​ກາ​ວຽກ​ງານປະ​ຈຳ​ການ, ປະ​ຈຳ​ການ​​ສູ້​ຮົບເພື່ອ​ບັນ​ຊາ​​ຮັບ​ປະ​ກັນ​ຄວາມສະ​ຫ​ງົບ​ປອດ​ໄພບຸນ​ເຕັດ​ປີ​ລະ​ກາ ຂອງ​ກຳ​ລັງ​ຕຳ​ຫຼວດ​ຜ່ານ​ລະ​ບົບ​ໂທ​ລະ​ພາບ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕີ​ລາ​ຄາ​ສູງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເລື່ອງ​ຈັດ​ຕັ້ງວຽກ​ງານປະ​ຈຳ​ການ, ປະ​ຈຳ​ການ​ສູ​້​ຮົບ​ເພື່ອ​ບັນ​ຊາ​​ຂອງ​ກຳ​ລັງ​ຕຳ​ຫຼວດ​ປະ​ຊາ​ຊົນ​ໃນ​ຊຸນ​ມື້​ຜ່ານ​ມາ, ພ​້ອມ​ທັງ​ສະ​ເໜີ​ກຳ​ລັງ​ຕຳ​ຫຼວດ​ໃນ​ທົ່ວ​ປະ​ເທດ​ຈັດ​ຕັ້ງວຽກ​ງານປະ​ຈຳ​ການ​ເພື່ອ​ບັນ​ຊາ​, ປະ​ຈຳ​ການ, ປະ​ຈຳ​ການ​​ສູ້​ຮົບ, ກຽ​ມ​ພ້ອມ​ບັນ​ດາ​ວິ​ທີ​ການ​ເພື່ອ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ເພື່ອ​ແກ້​ໄຂ​ຢ່າງ​ທັນ​ການ​ບັນ​ດາ​ເຫດ​ການ​ໂດຍ​ບັງ​ເອີນ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ຕ້ອນ​ຮັບ​ບຸ​ນ​ເຕັດ ໃນ​ຄວາມ​ສະ​ຫງົບ​ສຸກ. ເມື່ອ​ມາ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄ​ອນ​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​​ເທດ ເຊື່ອ​ໝັ້ນ​ວ່າ, ກ້າວ​ເຂົ້າ​ສູ່​ປີ​ໃໝ່ 2017, ອຳ​ນາດ​ກາ​ນ​ປົກ​ຄອງ​ຂອງ​ຮ່າ​ໂນ້ຍ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊືອ​ອະ​ລິ​ຍະ​ທຳ​ນັບ​ພັນ​ປີ, ນະ​ຄອນ​​ຫຼວງວິ​ລະ​ຊົນ, ນະ​ຄອນ​ແຫ່ງ​ສັນ​ຕິ​ພາບ, ເພື່​ອ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ.

        ແລະ​ກໍ​ໃນ​ຕອນ​ຄ່່ຳ​ວັນ​ທີ 28/01, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກ​ວາງ ໄດ້​ໄປ​ຢ້ຽ​ມ​ຢາມ, ອວຍ​ພອນ​ປີ​ໃໝ່​ພະ​ນັກ​ງານ, ພາ​ລະ​ກອນ​ໂຮງ​ໝ​ໍຫຼາຍ​ຂະ​ແໜງ ແຊນ​ຟອນ, ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ໃຫ້​ຄົນ​ເຈັບຈຳ​ນວນ​ໜຶ່ງ​ທີ່​ພວມ​ປິ່ນ​ປົວຢູ່​ໂຮງ​ໝ​ໍ, ຢ້ຽ​ມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ໜ່ວຍ​ກຳ​ມະ​ກອນ​ສິ່ງ​ແວດ​ລ້ອມ​ເລກ 5.

ຂ່າວ/ບົດ​ອື່ນ