ທ່ານປະທານປະເທດເຈີ່ນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່ນະຄອນMilanແລະເຂດLombardia

ທ່ານປະທານປະເທດເຈີ່ນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່ນະຄອນMilanແລະເຂດLombardia - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ມີ​ການ​ພົບ​ປະ
​ກັບ​ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ Matteo Renz
i

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 23/11 ຕາມ​ເວລາ​ທ້ອງ​ຖິ່ນ (ຮຸ່ງ​ເຊົ້າ​ວັນ​ທີ 24/11 ຕາມ​ເວລາ​ ​ຮ່າ​ໂນ້ຍ), ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ແລະ ພັນ​ລະ​ຍາ​ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເດີນທາງ​ອອກ​ຈາກ​ນະຄອນ​ລວງ ​ໂຣມ ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ Milan ​ແລະ ​ເຂດ Lombardia ພາກ​ເໜືອ ອີ​ຕາ​ລີ. ​ໃນ​ໄລຍະ​ຢູ່​ນະຄອນຫລວງ ​ໂຣມ ທ່ານ​ປະທານ​ປະ​ເທດ ​ແລະ ພັນ​ລະ​ຍາ​ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ວາງ​ພວງມາລາ​ຢູ່ອະນຸສາວະລີ​ປະ​ເທດ​ຊາດ (Altare delle Patria) ສະໜາມ​ຫລວງ Venezia - ​ແຫ່ງ​​ອາ​ໄລຫາບັນດາ​ນັກຮົບ​ນິລະນາມທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

        ກ່ອນ​ໜ້າ​ນັ້ນ​, ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ປະ​ເທດ ອີ​ຕາ​ລີ, ຕອນ​ທ່ຽງ​ວັນ​ທີ 23/11 ຕາມ​ເວລາ​ທ້ອງ​ຖິ່ນ (ຕອນ​ຄ່ຳ​ໃນ​ວັນ​ດຽວກັນ​ຕາມ​ເວລາ ຮ່າ​ໂນ້ຍ), ທີ່​ສຳ​ນັກງານ​ນາຍົກລັດຖະມົນຕີຢູ່ ​ໂຣມ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ Matteo Renzi. ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ; ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ກົນ​​ໄກ​ເຈລະຈາ, ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ການ​ເນືອງ, ​ເສດຖະກິດ, ການປ້ອງ​ກັນຊາ​ດ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີຢ່າງ​ມີ​ປະສິດທິ​ຜົນ.ສິ້ນ​ສຸດ​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ທ່ານ​ນາຍົກ​ລັດຖະມົນຕີ Matteo Renzi ​ເປັນ​ສັກຂີ​ພິຍານ​ພິທີ​ມອບ​ບັນດາ​ເອກະສານ​ຮ່ວມ​ມື​ທີ່​ລົງ​ນາມ​​ໃນ​ການ​ຢ້ຽ​ມຢາມ​ຄັ້ງນີ້.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ມີ​ບັນດາ​ການ​ເຮັດ​ວຽກ​ກັບ​ການ​ນຳ​ພັກ​ປະຊາທິປະ​ໄຕ ອີ​ຕາ​ລີ, ພັກສ້າງ​ຕັ້ງ​ໃໝ່​ກອມ​ມູນິດ ອີ​ຕາ​ລີ ​ແລະ ພັກ​ກອມູນິດ ອີ​ຕາ​ລີ. ທີ່​ບັນ​ດາ​ການ​ພົບ​ປະ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອີ​ຕາ​ລີ ​ແລະ ​ເນັ້ນ​ໜັກ​ວ່າ ພັກ​ກອມ​ມູນິດ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ບັນດາ​ພັກ​ຝ່າຍ​ຊາຍ ອີ​ຕາ​ລີ.

ຂ່າວ/ບົດ​ອື່ນ