ທ່ານປະທານປະເທດເຈີ່ນດ້າຍກວາງສາບານຕົວຮັບດຳລົງຕຳແໜ່ງ

ທ່ານປະທານປະເທດເຈີ່ນດ້າຍກວາງສາບານຕົວຮັບດຳລົງຕຳແໜ່ງ - ảnh 1
ທ່ານ ​ເຈີ່ນ​ດ້າຍ​ກວາງ ກຳມະການ​ກົມ​ການ​ເມືອງ ຮັບດຳລົງ​ຕຳ​
ແໜ່​ງ​ເປັນ​ປະທານ​ປະ​ເທດ ສສ. ຫວຽດນາມ ອາຍຸ​ການ 2016 – 2021

(vovworld) - ຕອນ​ບ່າຍ​ວັນ​ທີ 25/07 ດ້ວຍ​ບັດ​​ສະໜັບສະໜູ​ບຂອງສະມາຊິກ​ສະພາ​ແຫ່ງ​ຊາດ 98,18% ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງທ່ານ ​ເຈີ່ນ​ດ້າຍ​ກວາງ ກຳມະການ​ກົມ​ການ​ເມືອງ ຮັບດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ປະ​ເທດ ສສ. ຫວຽດນາມ ອາຍຸ​ການ 2016 – 2021 ກ່າວ​ຄຳ​ເຫັນ​ຕໍ່​ສະພາ​ແຫ່ງ​ຊາດ ພາຍຫລັງ​ພິທີ​ສາບານ​ຕົວ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢັ້ງຢືນ​ວ່າ: ຈະ​ສົມທົບກັນຢ່າງ​ແໜ້ນ​ແຟ້ນກັບ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ບັນດາ​ອົງການທີ່​ກ່ຽວຂ້ອງ​ໃນ​ການ​ປະຕິບັດ​ໜ້າ​ທີ່​ສິດ​ອຳນາດ​ໃນ​ຂົງ​ເຂດ​ນິຕິ​ບັດ​ຍັດ, ບໍລິຫານ ​ແລະ ຕຸລາການ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢັ້ງຢືນ​ວ່າ: ຈະ​ເຮັດ​ຈົນ​ສຸ​ດຄວາມ​ສາມາດ​ຂອງຕົນ ​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ທີ່ສັກກະ​ລະ​ບູຊາ​ຂອງ​ປະ​ເທດຊາດ, ຜົນ​ປະ​​ໂຫຍ​ດ ​ແລະ ຄວາມ​ສະຫງົບ​ຂອງແຫ່ງ​ຊາດ​, ຮັກສາ​ສະຖຽນ​ລະພາບດ້ານ​ການ​ເມືອງ - ສັງຄົມ​​ໄວ້​ຢ່າງ​ໝັ້ນຄົງ, ສ້າງ​ສະພາ​ບ​ແວດ​ລ້ອມ​​ແຫ່ງສັນຕິພາບ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ທ່ານ​ປະທານ​ປ​ະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊີ້​ແຈ້ງວ່າ:

        “​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການສ້າງ, ປັບປຸງ​ລະບົບ​ກົດໝາຍ ​ແບບວິທີ ​ແລະ ກົນ​ໄກ​ການ​ປະຕິບັດ, ຍົກ​ສູ​ງຜົນ​ສັກສິດ, ປະສິດທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ

​        ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າ​ວ VOV ພາຍຫລັງ​ພິທີ​ສາບານ​ຕົວ​ຂອງ​ທ່ານ​ປະທານ​ປະ​ເທດ, ທ່ານ ຫງວຽນ​ຈ້ອງ​ເຫງັຍ ສະມາຊິກ​ສະພາ​ແຫ່ງ​ຊາດ​ສັງກັດ​ຄະນະ​ສະພາ​ຊິກ​ສະພາ​ແຫ່ງ​ຊາດ​ແຂວງ ຕຽນ​ຢາງ ​ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ພໍ​ໃຈ​ຕໍ່ຄຳ​ປາ​ໄສຂອງ​ປະທານ​ປະ​ເທດ, ​ເຊິ່ງ​ໄດ້​ຢັ້ງຢືນ​ຢ່າງ​ຈະ​ແຈ້ງວ່າ: ຫວຽດນາມ ຕ້ອງ​ປະຕິບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ປະທານ​ປະ​ເທດ​ແມ່ນ​ຜູ້​ຊີ້​ນຳ​ນຳພາກຳລັງ​ປະກອບ​ອາວຸດ. ຂ້າພະ​ເຈົ້າ​ເຫັນ​ວ່າ: ຜ່ານ​ການ​ປາ​ໄສ​ນັ້ນ ​ໄດ້​ຢືນຢັນ​ຢ່າງ​ຈະ​ແຈ້ງ​ເຖິງ​ເຈດ​ຈຳນົງ​ໃນ​ຄວາມ​ຕັດສິນ​ໃຈ ບໍ່​ພຽງ​ແຕ່​ສ່ວນ​ຕົວ​ປະທານ​ປະ​ເທດ​ເທົ່າ​ນັ້ນ ຫາກ​​ຍັງ​ແມ່ນ​ເຈດ​ຈຳນົງ​ໃນ​ຄວາມຕັດສິນ​ໃຈ​ຂອງ​ພັກ, ຂອງ​ປະຊາຊົນ, ຂອງ​ປະ​ເທດ​ຊາດ​ຕໍ່ໜ້າ​ທີ່ປະ​ເທດ​ຊາດ ​ແລະ ການສ້າງ​ພື້ນຖານ​ ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ ​ຂອງ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່.


ຂ່າວ/ບົດ​ອື່ນ