ທ່ານປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ອີຕາລີ

ທ່ານປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ອີຕາລີ - ảnh 1
ທ່ານປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມ
ເວທີປາໄສວິສາຫະກິດຫວຽດນາມ-ອີຕາລີ

(vovworld) - ສືບ​ຕໍ່​ການຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ສ.ອີ​ຕາ​ລີ ​ຕອນ​ບ່າຍ​ວັນ​ທີ 23/11 ຕາມ​ເວລາ​ທ້ອງ​ຖິ່ນ ທ່ານ​ປະທານ​ປະ​ເທດ ຫວຽນ​ດາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ອີ​ຕາ​ລີ, ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ ອີ​ຕາ​ລີ, ສະຫະ​ພັນ​ວິ​ສາ​ຫະກິດ ອີ​ຕາ​ລີ ​ແລະ ອົງການ​ສົ່ງ​ເສີມ​ການ​ຄ້າ ອີ​ຕາ​ລີ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: “ຜົນ​ສຳ​ເລັດ​ຂອງ​ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ກໍ່​ແມ່ນ​ຜົນສຳ​ເລັດ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ.  ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ການ​ລົງທຶນສະ​ດວກ​ສະບາຍ ​ແລະ ສະ​ເໝີ​ພາບ, ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ 2 ປະ​ເທດ.

        ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ອີ​ຕາ​ລີ, ທ່ານ​ປະທານ​ປະ​ເທດ​ໃຫ້​ຮູ້​ວ່າ ອີ​ຕາ​ລີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມມື​ການ​ຄ້າ ​ເອີ​ລົບ ​ໃຫຍ່​ຂອງ ຫວຽດນາມ ດ້ວຍ​ຍອດ​ວົງ​ເງິນ​ການ​ຄ້າ​ເຕີບ​ໂຕ​ຢ່າງ​​ໄວ, ​ແຕ່ 3,4 ຕື້ USD ​ໃນປີ 2013 ​ເພີ່ມຂຶ້ນ 4,3 ຕື້ USD ​ໃນ​ປີ 2015; ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການຄ້າ​ໃຫຍ່​ທີ່​ສຸດ​ຂອງ ອີ​ຕາ​ລີ ​ໃນ​ບັນດາ​ປະ​ເທດ ອາ​ຊຽນ. ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ດ້ານ​ວັດທະນະທຳ, ການ​ສຶກສາ - ກໍ່ສ້າງ, ວິທະຍາສາດ​ - ​ເຕັກ​ໂນ​ໂລ​ຢີນັບ​ມື້​ນັບ​ພັດທະນາຢ່າງ​ຟົກ​ຟື້ນ ດ້ວຍການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ​ແລກປ່ຽນ​ວັດທະນະທຳ, ​ໂຄງການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຄົ້ນຄວ້າ​ວິທະຍາສາດ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ມີ​ຄຸນ​ນະພາ​ບ ສູງ. ທ່ານປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊີ້​ແຈ້ງວ່າ:

        “ຕໍ່ໜ້າ​ຂອງ​ພວກ​ເຮົາ​ແມ່ນ​ອະນາຄົດ​ທີ່​ເຕັ້ມ​ໄປ​ດ້ວຍ​ຄວາມ​ໝັ້ນໝາຍ, ຫວຽດນາມ ປາດ​ຖະໜາ​ຢາກ​ຊຸກຍູ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອີ​ຕາ​ລີ ​ໃຫ້ຂຶ້ນ​ສູ່​ລະດັບ​ສູ​ງ​ໃໝ່, ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອມ, ທ່າ​ແຮງ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ທັງ 2 ປະ​ເທດ, ກາຍ​ເປັນ​ໜຶ່ງ​​ໃນ​ບັນດາ​​ແບບຢ່າງ​ຂອງ​ການ​ພົວພັນ​ຮ່ວມ​ມື ອາຊີ - ​ເອີ​ລົບ, ອາ​ຊຽນ - ອີ​ຢູ.

ຂ່າວ/ບົດ​ອື່ນ