ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາB.Obama

ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາB.Obama - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Brack Obama ແລະ
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ທີ່​ການ​ປະ​ຊຸມ​ຂ່າວ

(vovworld)- ຕອນ​ເຊົ້າ​ວັນ​ທີ 23/5, ພາ​ຍ​ຫລັງ​ພິ​ທີ​ຕ້ອ​ນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Brack Obama ທີ່​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ ຢູ່ ຮ່​າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ​ ​​ Brack Obama ໄດ້​ເປັນ​ປະ​ທານ​ການ​ປະ​ຊຸມ​ຂ່າວ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຂ່າວ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ນັບ​ຮ້ອຍໆ​ຄົນ.

ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ການ​ປະ​ຕິ​ບັດ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເມື່ອ​ເດືອນ 7/2013 ແລະ ຖະ​ແຫລງ​ການ​ກ່ຽວ​ກັບ​ວິ​ໄສ​ທັດ​ລວມ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເມື່ອ​ເດືອນ 7/2015 ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ. ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້ຂອງ​ທ່ານ​ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ Brack Obama, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຕາມ​ທິດ​ແທດ​ຈິງ, ເລິກ​ເຊິ່ງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ. ສອງ​ຝ່າຍ​ເຫັນ​ດີ ຈະ​ໃຫ້ບ​ຸ​ລິ​ມະ​ສິດການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງ​ຄາມ​ຫລາຍກວ່າ ແລະ ໝັ້ນ​ໝາຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ຕັ້ງ​ຫນ້າ​ໃນ​ບັນ​ຫານີ້. ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ ແລະ ໂລກ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້ແຈ້ງໃຫ້​ຊາບວ່າ: ສອງ​ຝ່າຍເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ, ຝ່າຍ​ ອາ​ເມ​ລິ​ກາ ຫນູນ​ຊ່ວຍ​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ APEC 2017 ສ​ຳ​ເລັດ​ຜົນ, ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ. ສອງ​ຝ່າຍ ກໍ​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາ​ບ​ການ​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ມໍ່ໆ​ມານີ້, ຢືນ​ຢັນ ສືບ​ຕໍ່​ຮ່ວມ​ມື​ແກ້​ໄຂ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນຳ​ໃຊ້​ແຫລ່ງ​ນ້ຳ​ແມ່​ນ້ຳ​ຂອງ​ແບບ​ຍືນ​ຍົງ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ໃຫ້​ຮູ້​ວ່າ:

        “ສອງ​ຝ່າຍ​ແບ່ງ​ປັນ​ໃນທ​ຸກຂົ​ງ​ເຂດ ນັບ​ທັງ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ, ຄວາມ​ເອົາ​ໃຈ​ໃສ່​ລວມ ແລະ ຜົນ​ປະ​ໂຫຍດ​ຂອງ​ທັງ​ສອງ​ປະ​ເທດ, ພິ​ເສດ ການ​ຮັກ​ສາ​ສັນ​ຕິ​ພາບ, ການ​ຮ່ວມ​ມື​ພັດ​ທະ​ນາ​ໃນ​ພາກ​ພື້ນ. ບັນ​ດາ​ບາດ​ກ້າວ​ຄືບ​ຫນ້າ​ຊື່ງ​ສອງ​ປະ​ເທດ​ບັນ​ລຸ​ໄດ້ ແມ່ນ​ເລ​ີ່ມ​ມາ​ຈາກ​ຄວາມ​ຈິງ, ສອງ​ຝ່າຍ​ຈະ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ, ເຄົາ​ລົບ​ເອ​ກະ​ລາດ, ອ​ະ​ທິ​ປະ​ໄຕ, ລະ​ບອບ​ການ​ເມືອງ ແລະ ຜົນ​ປະ​ໂຫຍດ​ອັນ​ຊ​ອບ​ທຳ​ຂອງ​ກັນ. ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້​ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ Brack Obama ຈະ​ສ້າງ​ກຳ​ລັງ​ຫນູນ​ໃຫມ່​ໃຫ້​ແກ່​ການ​ພັດ​ທະ​ນາ​ກາ​ນ​ພົວ​ພັນ​ຫວຽດ​ນາມ - ອາ​ເມ​ລິ​ກາ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື​ພັດ​ທະ​ນາ​ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ແລະ ໃນ​ໂລກ.   

ທ່ານ​ປະ​ທານ​ນາ​ທິ​ບໍ​ດີ Barack Obama ໃຫ້​ຮູ້​ວ່າ, ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ປະ​ຈຸ​ບັນ​ຂອງ​ອາ​ເມ​ລິ​ກາ ແ​ມ່ນ​ສວມ​ບົດ​ບ​າດ​ໃຫຍ​່​ຫຼວງ ແລະ ຍາວ​ນານກວ່າ​ຢູ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ, ໃນ​ນັ້ນ​ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ​ຫວຽດ​ນາມ. ​ໃນການ​ຢ້ຽມ​ຢາມ​ຄັ້ງ​ນີ້ 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ຫຼາຍ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ເພື່​ອ​ແນ​ໃສ່​ໜູນ​ຊ່ວຍ​ຫວຽດ​ນາມ ເຊື່ອມ​ໂຍງ​ກັບ​ທົ່ວ​ໂລ​ກ​ໃຫ້​ດີກວ່າ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ​້​ທັງ 2 ປະ​ເທດ. ທ່ານ​ປະ​ທານ​ນາ​ທິ​ບໍ​ດີ Barack Obama ຢັ້ງ​ຢືນ​ວ່າ, ອາ​ເມ​ລິ​ກາ ໄດ້​ຍົກ​ເລິກ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ອາ​ວຸດ​ສຳ​ລັບ​ຫວຽດ​ນາມ​.

        “ອາ​ເມ​ລິ​ກາ ໄດ້​ຍົກ​ເລິກຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ອາ​ວຸດ​ສຳ​ລັບ​ຫວຽດ​ນາມ ​ ເຊິ່ງ​ຄົງ​ຕົວ​ເປັນ​ເວ​ລາ 50 ປີ. ສິ່ງນີ້​ໄດ້​ຮັບ​ປະ​ກັນ​ໃຫ້​ຫວຽດ​ນາມ ສາ​ມາດ​ສຳ​ພັດ​ກັບ​ບັນ​ດາ​ເຄື່ອງ​ອຸ​ປະ​ກອນ​ທີ່​ຈຳ​ເປັນ​ເພ​ື່ອ​ປ້ອງ​ກັ​ນ​ຕົນ​ເອງ. ພ້ອມ​ທັງ​ປະ​ລະ​ບັນ​ດາ​ຜົນ​ຮ​້າ​ຍ​ຍ້ອນ​ຫຼັງ​ຈາກ​ສົງ​ຄາ​ວ​ເຢັນ, ນັ້ນ​ກ​ໍ​ແມ່ນ​ການ​ເພີ່ມ​ທະ​ວີ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ອາ​ເມ​ລິ​ກາ ເພື່ອ​ຫັນ​ການ​ພົບ​ພັນ​ເປັນ​ປົກ​ກະ​ຕິ ລວມ​ທັງ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ​ກັບ​ຫວຽດ​ນາມ ແລະ ພາກ​ພື້ນ”.

        ເຕື້ອງ​ເຖິງ​ບັນ​ຫາ​ສິດ​ທິ​ມະ​ນຸດ, ທ່ານ​ປະ​ທານ​ນາ​ທິ​ບໍ​ດີ Barack Obama ຖື​ວ່າ, 2 ຝ່າຍ​ຍັງ​ມີຄວາມ​ເຫັນ​ແຕກ​ຕ່າງ​ກັນ​ໃນ​ບາງ​ບັນ​ຫາ, ແຕ່​ກ​ໍ​ບັນ​ລຸ​ໄດ້​ຄວາມ​ກ້າວ​ໜ້າ​ຫຼາຍ​ຢ່າງ.

        ພາຍ​ຫຼັງ​ການ​ເຈ​ລະ​ຈາ, ການ​ນຳ 2 ທ່ານ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາ​ມ​ໃນ​ບັນ​ດາ​ເອ​ກະ​ສານ​ດ້ານ​ເສດ​ຖະ​ກິດ​ທີ່​ມີ​ມູນ​ຄ່າ​ສູງ​ລ​ະ​ຫວ່າງວິ​ສາ​ຫ​ະ​ກິດ 2 ປະ​ເທດ.

ຂ່າວ/ບົດ​ອື່ນ