ທ່ານປະທານປະເທດເຈີນດ້າຍກວາງເຮັດວຽກກັບການນຳແຂວງເງະອານ

ທ່ານປະທານປະເທດເຈີນດ້າຍກວາງເຮັດວຽກກັບການນຳແຂວງເງະອານ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ເຮັດ​ວຽກ​ກັບ​ອົງ​ຄະ​ນະ​ພັ​ກ​ແຂວງ​ເງະ​ອານ)

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 29/04, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ອົງ​ຄະ​ນະ​ພັ​ກ​ແຂວງ​ເງະ​ອານ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ສັງ​ຄົມ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ບໍ​ລິ​ເວັນ​ແຂວງ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ໄດ້​ຮ​ຽກ​ຮ້ອງ​ໃຫ້​ແຂວງ ຕ້ອງ​ຜັ​ນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນນ​ນະ​ໂຍ​ບາຍ​, ນະ​ໂຍ​ບາຍ​ເຊິ່ງ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໄດ້​ປະ​ກາດ​ໃຊ້, ກ່ອນ​ອື່ນ​ໝົດ​ແມ່ນ 5 ຈຸດ​ສຸມ​ໃນ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ, ບັນ​ດາ​ໂຄງ​ການ, ແຜນ​ການ​ດຳ​ເນີນ​ງານ, ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ຢ່າງ​ມີ​​ປະ​ສິດ​ທິ​ຜົນ.

        “ຂ້າ​ພະ​ເຈົ້າ​ສະ​ເໜີ​ແຂວງ​ສືບ​ຕໍ​່ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່ ຕິດ​ພັນ​ກັບ​ການ​ປ່ຽ​ນ​ໃໝ່​ຮູບ​ແບບ​ເຕີບ​ໂຕ ຕາມ​ທິດ​ພັດ​ທະ​ນາ​ຢ່າງ​ໄວ, ໝັ້ນ​ຄົງ. ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຕາມ​ທິດ​ທັນ​ສະ​ໄໝ, ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ອຸ​ດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ນຳ​ໃຊ້​​ເຊື້ອ​ເພີງ, ວັດ​ຖຸ​​ອຸ​ປະ​ກອ​ນໜ້ອຍ, ບໍ່​ກໍ່​ມົນ​ລະ​ຜິດ​ຕໍ່​ສິ່ງ​ແວດ​ລ້ອມ. ຄວ​ນ​ສຸມ​ໃສ່​ຊີ້​ນຳ, ກະ​ຕຸກ​ຊຸກ​ຍູ້​ຍູ້​ໄວ​ຄວາມ​ຄືບ​ໜ້າ​ກໍ່​ສ້າງ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຈຸດ​ສຸມ ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ຕິດ​ຕາ​ມກວດ​ກາ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ”.

        ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ທ່ານ​ປະ​ທານ​ປະ​ເທດຮຽ​ກ​ຮ້ອງ​ໃຫ້​ແຂວງ​​ຄວນພັດ​ທະ​ນາ​ຕາມ​ທິດ​ກະ​ສິ​ກຳ​ຊີ​ວະ​ພາບ, ​ໝູນໃຊ້​ເຕັກ​ໂນ​ໂລ​ຊີຊີ​ວະ​ສາດ, ເຕັກ​ໂນ​ໂລ​ຊີ​ສູງ. ນອ​ກນັ້ນ​, ທາງ​ແຂວງກໍ່​ຕ້ອງ​ເອ​ົ​າ​ໃຈ​ໃສ່​ພັດ​ທະ​ນາ​ກາ​ນ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ, ປະ​ຫວັ​ດ​ສາດ…


ຕອບກັບ

ຂ່າວ/ບົດ​ອື່ນ